ພິທີເຊັນສັນຍາໂຄງການລົງທຶນເຂດເສດຖະກິດພິເສດສະເວີຄອດໂຄອາຊີປາຊີຟິກມຽນມາທີ່ສະຫະພັນນັກທຸລະກິດເຊື້ອສາຍຈີນຈັດຕັ້ງປະຕິບັດນັ້ນໄດ້ຈັດຂຶ້ນຢູ່ຢາງກຸ້ງໃນວັນທີ 16 ກັນຍານີ້.
ກຸ່ມບໍລິສັດອາຊີປາຊີຟິກສາກົນຈຳກັດ ເຊິ່ງເປັນບໍລິສັດຄົນເຊື້ອສາຍຈີນ ເປັນຜູ້ລົງທຶນກໍ່ສ້າງນັ້ນມີສຳນັກງານໃຫຍ່ຕັ້ງຢູ່ບາງກອກແລະໂຄງການນີ້ ຕັ້ງຢູ່ລັດກະລຽນ ພາກໃຕ້ມຽນມາ ໂດຍມີແມ່ນ້ຳຂອງເປັນຊາຍແດນທຳມະຊາດຂັ້ນໄທແລະໃກ້ກັບດ່ານທາງບົກທີ່ໃຫຍ່ທີ່ສຸດຂອງໄທ ແລະເຂດເສດຖະກິດພິເສດເມຍວາດີ ດ່ານຊາຍແດນໃຫຍ່ທີສອງຂອງມຽນມາ ແລະເປັນຈຸດເຊື່ອມທາງລົດໄຟອາຊີລະຫວ່າງໄທກັບມຽນມາ ທັງຖືວ່າເປັນແລວທາງເສດຖະກິດສຳຄັນໃນການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ".
ເຂດເສດຖະກິດພິເສດສະວີຄອດໂຄອາຊີປາຊີຟິກເປັນເຂດພັດທະນາເສດຖະກິດທີ່ໄດ້ຮັບສິດພິເສດຕາມກົດໝາຍພາຍໃຕ້ການຊີ້ນຳຂອງອົງການປົກຄອງລັດກະລຽນປະເທດມຽນມາ. ຂະນະທີ່ຂໍ້ກຳນົດຊົ່ວຄາວວ່າດ້ວຍເຂດພັດທະນາເສດຖະກິດພິເສດສະວີຄອດໂຄກຸ່ມບໍລິສັດອາຊີປາຊີຟິກມຽນມາຈຳກັດທີ່ໄດ້ຮັບອະນຸມັດຈາກຄະນະກຳມະການປະຈຳອົງການປົກຄອງລັດກະລຽນຈະເລີ່ມປະຕິບັດແຕ່ວັນທີ 18 ກັນຍານີ້ເປັນຕົ້ນໄປ.