ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ເຂົ້າຮ່ວມ​ພິທີ​ສ້າງຕັ້ງສະຖານທູດ​ຈີນ​ປະຈຳ​ບາ​ນາມາ
2017-09-18 11:19:25  cri 

ວັນ​ທີ 17 ກັນຍາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ​ທ່ານ​ຮູ​ອັນ ຄາລອສ ວາ​ເຣລາ ປະທານາທິບໍດີ​ບາ​ນາມາ ​ໄດ້ເຂົ້າຮ່ວມ​ພິທີ​ສ້າງຕັ້ງສະຖານທູດ​ຈີນ​ປະຈຳ​ບາ​ນາມາ ຢູ່​ນະຄອນບາ​ນາມາ.

ທ່ານ​ຫວາງ​ຢີ້ ​ກ່າວ​ວ່າ: ຂ້າພະ​ເຈົ້າ ​ແລະ ທ່ານ​ປະທານາທິບໍດີ​ວາ​ເຣລາ ​ໄດ້ຮ່ວມ​ກັນ​ເປີດ​ປ້າຍ​​ສະຖານທູດ​ຈີນ​ປະຈຳ​ບາ​ນາມາ ​ເຊິ່ງ​ເປັນ​ໄລຍະ​​ປະ​ຫວັດ​ສາດ​ຂອງ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​. ​ເຖິງ​ວ່າຈີນ​ແລະ​ບາ​ນາມາຫ່າງ​​ໄກກັນ ​ແລະຂັ້ນດ້ວຍ​ມະຫາ​ສະໝຸດ​ກໍ​ຕາມ, ​ແຕ່​ການ​ໄປມາຫາສູ່​ກັນ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​​ໄດ້​ມີ​ມູນ​ເຊື້ອ​ມາ​ແຕ່ດົນ​ນານ ​ແລະ​ເຖິງ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​​ປະສົບ​ອຸປະສັກ​ກໍ​ຕາມ, ​ແຕ່​ໃນ​ທີ່​ສຸດ​ກໍ​ສາມາດ​ພັດທະນາ​ກ້າວໄປ​ຕາມ​ຍຸກ​ສະ​ໄໝ​. ​ແນວ​ໃດ​ກໍ​ດີ, ປະຫ​ວັດ​ສາດ​ຈະ​ຢັ້ງຢືນ​ວ່າ ການ​ທີ່ບາ​ນາ​ມາ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ກັບ​ຈີນນັ້ນ ລ້ວນ​ແຕ່ສອດຄ່ອງ​ກັບ​ຜົນ​ປ​ະ​ໂຫຍດພື້ນຖານ​ແລະ​ຍາວ​ນານຂອງ​ສອງ​ປະ​ເທດ ທັງຈະ​ສ້າງ​ອະນາຄົດທີ່​ສົດ​ໃສ​ຕໍ່ການ​ພັດທະນາ​​ບາ​ນາມາ ​ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ບາ​ນາມາຫຼາຍກວ່າ​ເກົ່າ. ​ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ບາ​ນາມາ ​ແລະ ພະຍາຍາມ​ຮ່ວມ​ກັນ ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ, ສ້າງ​ພື້ນຖານ​ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃຫ້​ໜັກ​ແໜ້ນ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ຖາວອນ ​ແລະກ້າວ​ຂຶ້ນສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ