ເຈົ້າໜ້າ​ທີ່​ຕຳຫຼວດມາ​ເລ​ເຊຍ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ຈູດ​ໂຮງຮຽນ​ໄດ້ 7 ຄົນ
2017-09-18 11:22:59  cri 

​ເຈົ້າໜ້າ​ທີ່​ຕຳຫຼວດມາ​ເລ​ເຊຍ ຢືນຢັນ​ໃນ​ວັນ​ທີ 16 ກັນຍາ​ນີ້​ວ່າ: ​ສາມາດ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ໃນ​ເຫດ​ໄຟ​ໄໝ້​ໂຮງຮຽນ​ສາສະໜາ ນະຄອນຫຼວງກວາ​ລາ​ລຳ​ເປີ ​ໃນວັນ​ທີ 14 ກັນຍາ​ນີ້​ໄດ້ 7 ຄົນ ​ໂດຍ​ສັນນິຖານ​ວ່າ ອາດ​​ເປັນ​ການ​ແກ້​ແຄ້ນຫຼັງ​​ຖົກຖຽງ​ກັນ.

ທັງ​ນີ້, ທ່ານ​ອາມາ ຊິງ ​ເຈົ້າໜ້າ​ທີ່​ຕຳຫຼວດກວາ​ລາ​ລຳ​ເປີ ​ໄດ້​ກ່າວ​ວ່າ: ​ເຈົ້າໜ້າ​ທີ່​ຕຳຫຼວດ​​ຈັບ​ຜູ້​ຕ້ອງ​ສົງ​ໄສທັງ 7 ຄົນ​ດັ່ງກ່າວ​ໄດ້ ຫຼັງ​ເປີດກ້ອງ​ວົງ​ຈອນ​ປິດ​ທີ່​ຕິດຕັ້ງຢູ່​ບໍລິ​ເວນ​ໃກ້​​ໂຮງຮຽນ​ທີ່​ເກີດ​ໄຟ​ໄໝ້ ​ເຊິ່ງຜູ້​ຕ້ອງ​ສົງ​ໄສ​ເຫຼົ່ານີ້ ມີອາຍຸ​ລະຫວ່າງ 11-18 ປີ ​ແລະ​ພວມປະການ​ຮຽນ ​ໃນ​ນີ້​ມີ 6 ຄົນ​ຜົນ​ກວດ​ຍ່ຽວ​ເປັນ​ບວກ​ຍ້ອນ​ສູບ​ກັນຊາ ​ແລະ 2 ຄົນ​ເຄີຍກະທຳ​ຜິດ.

ຕອນ​ຮຸ່ງ​ເຊົ້າວັນ​ທີ 14 ກັນຍາ​ນີ້, ​ໂຮງຮຽນ​ສາສະໜາ​​ແຫ່ງ​ໜຶ່ງ​ຢູ່​ນະຄອນຫຼວງກວາ​ລາ​ລຳ​ເປີ ​ໄດ້​ເກີດ​ໄຟ​ໄໝ້ ສົ່ງຜົນ​ເຮັດ​ໃຫ້​ 23 ຄົນ​ເສຍ​ຊີວິດ ​ໃນ​ນີ້ ​ນັກຮຽນ​​ອາຍຸ​ລະຫວ່າງ 6-17 ປີ 21 ຄົນ ​ແລະ​ຄູ​ສອງ​ຄົນ. ​ເບື້ອງ​ຕົ້ນ, ເຈົ້າໜ້າ​ທີ່​ຕຳຫຼວດ ​​ແລະ ​ເຈົ້າໜ້າ​ທີ່​​ດັບ​ເພີງມາ​ເລ​ເຊຍ ເຄີຍກ່າວ​ວ່າ ​ອັກຄີ​ໄພດັ່ງກ່າວ​ອາດ​ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ, ​ແຕ່ຫຼັງ​​ສື​ບສວນ-ສອບ​ສວນ​ແລ້ວພົບ​ວ່າ ບໍ່​ແມ່ນຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ​​ແຕ່​ປະການ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ