ໂຄງການ​ເຊື່ອມ​ຈອດ​ຕາໜ່າງ​ໄຟຟ້າ​ຈີນ-ລາວ-ຫວຽດນາມ​ມີ​ຄວາມ​ຄືບ​ໜ້າ
2017-09-18 11:25:37  cri 

​ແຫຼ່ງຂ່າວ​ຈາກ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ແລະ​ພັດທະນາ​ພະລັງ​ໄຟຟ້າ​ຈີນ-ອາ​ຊຽນ ທີ່​ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ດ້ານ​ພະລັງ​ໄຟຟ້າ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ ​ໄດ້​ມີ​ປະສິດທິ​ຜົນ​ຢ່າງ​ພົ້ນ​ເດັ່ນ ​ໂດຍ​ຍອດ​ການ​ລົງທຶນ​ຕົວ​ຈິງ ​ແລະ ​ການຈັດຕັ້ງປະຕິບັດໂຄງການຕ່າງໆ ກໍ​ຄືບ​ໜ້າ​ໄວ​ຂຶ້ນ.

ທ່ານ​ຢາງ​ຄຸ່ນ ຮອງ​ປະທານ​ສະມາຄົມ​ວິ​ສາ​ຫະກິດ​ພະລັງ​ໄຟຟ້າ​ຈີນ​ ຜູ້​ປະຈຳການ ກ່າວ​ວ່າ: ​ເມື່ອ​ປີ 2016, ບໍລິສັດ​ຕາໜ່າງ​ໄຟຟ້າພາກ​ໃຕ້​ຈີນ​ຈຳກັດ ​ໄດ້​ມອບ​ສິດ​ໃຫ້​ບໍລິສັດ​ສາກົນ​ຢຸນນານ​ຈຳກັດ​ທີ່​ຂຶ້ນກັບ​ບໍລິ​ສັດ​ຕົນ ​ແລະ​ລັດ​ວິ​ສາ​ຫະກິດໄຟຟ້າ​ລາວ ​ແລະ​ຫວຽດນາມ ລົງ​ນາມ​ໃນ "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໂຄງການຈີນ​ສົ່ງ​ໄຟຟ້າ​ແຮງ​ສູງ​ຜ່ານ​ລາວ​ໃຫ້​ຫວຽດນາມ" ຢູ່​ເມືອງ​ຄຸນ​ມິ​ງ ສປ ຈີນ ​ໂດຍ​ເນື້ອ​ໃນບົດ​ບັນທຶກ​ລະບຸ​ວ່າ: 3 ປະ​ເທດ ​ໄດ້​ບັນລຸ​ຂໍ້​ຕົກລົງ​​ເບື້ອງ​ຕົ້ນ​ໃຫ້ຈີນ​ ສົ່ງ​ໄຟຟ້າ​ໄປ​​ໃຫ້​ຫວຽດນາມຜ່ານ​ລາວ​ 5 ລ້ານ​ຫາ 6 ລ້ານກິ​ໂລ​ວັດ​ ​ແຕ່​ປີ 2021 ຫາ​ປີ2025. ນີ້​​ເປັນ​ໂຄງການທຳ​ອິດ​ໃນ​ການ​ເຊື່ອມ​ຈອດ​ຕາໜ່າງໄຟຟ້າຜ່ານປະ​ເທດທີ 3 ​ຂອງ​ຈີນ​ ​ເຊິ່ງ​ເປັນ​ຂີດ​​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຊື່ອມ​ຈອດ​ຕາໜ່າງ​ໄຟຟ້າ​ລະຫວ່າງ​ຈີນ-ລາວ-ຫວຽດນາມ​ມີ​ຄວາມ​ຄືບ​ໜ້າຢ່າງ​ແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ