ນັກ​ສຶກສາ​ແຕ້ມ​ຮູບ​ຢູ່​ລົດ​ໄຟ​ໃຕ້​ດິນ​ເມືອ​ງສາງ​ຊ່າ
2017-09-18 16:46:15  cri 

ນ້ອງນ້ອຍ​ພວມ​ເບິ່ງ​ການແຕ້ມ​ຮູບ​ດ້ວຍ​ຄວາມ​ປະຫຼາດ​ໃຈ ຫຼັງນັກ​ສຶກສາຫຼາຍຄົນ​ຈາກ​ສະ​ຖາ​ບັນວິຈິດ​ສິນ ​ໄດ້​ໄປ​ແຕ້ມ​ຮູບ​ຢ່າງ​ເລັ່ງ​ດ່ວນ​ຢູ່​ໃນ​ຕູ້​ລົດ​ໄຟ​ໃຕ້​ດິນ "ງານ​ວາງສະ​ແດງ​ສິລະ​ປະ​ປະຈຳ​ປີ​​ຟີນິກ" ​ເມືອງ​ສາງ​ຊ່າ​ແຂວງ​ຫູ​ໜານ ໃນວັນ​ທີ 17 ກັນຍາ​ນີ້ ​ເພື່ອສ້າງ​ສິລະ​ປະທີ່​ສະອາດ​ຫູ​ສະອາດ​ຕາ​ໃນ​ຕູ້​ລົດ​ໄຟ. ຂ່າວ​ລາຍ​ງານ​ວ່າ ງານ​ວາງສະ​ແດງ​ສິລະ​ປະຟີນິກຄັ້ງທຳ​ອິດ​ປີ 2017 ຈະ​ດຶງ​ດູດ​ສິລະ​ປິນພາຍ​ໃນ​ແລະ​ຕ່າງປະ​ເທດຫຼາຍທ່ານ​​ເຂົ້າຮ່ວມ ​ເຊິ່ງຈະ​ເປີດ​ສາກ​ຢູ່​ເມືອງ​ເກົ່າ​ແກ່​ເຟິ້ງຫວງ​ແຂວງ​ຫູ​ໜານ ສປ ຈີນ ​ໃນ​ວັນ​ທີ 22 ກັນຍາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ