ເຈົ້າ​ໜ້າ​ທີ່​ທະ​ຫານ​ຟີ​ລິບ​ປິນ​ຢືນ​ຢັນ​ວ່າ​ສົງ​ຄາມ​ຢູ່​ມາ​​ຣາ​ວີ​ໃກ້​ຈະ​ສິ້ນ​ສຸດແລ້ວ
2017-09-19 10:27:38  cri 
ເຈົ້າ​ໜ້າ​ທີ່ກອງ​ທັບ​ຟີ​ລິບ​ປິນ​ຢືນ​ຢັນ​ໃນ​ວັນ​ທີ 18 ກັນ​ຍາ​ນີ້​ວ່າ: ສົງ​ຄາມ​​ມາ​ຣາ​ວີ​ເພື່ອປາບ​ປາມ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ແກ່​ຍາວ​ມາ​ເກືອບ 4 ເດືອນ​ນັ້ນ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ.

ທ່ານ​ເດນ​ຟີນ ໂລ​ເຣັນ​ຈາ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິ​ປິບ​ຢືນ​ຢັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ດຽວ​ກັນ​ວ່າ: ປັດ​ຈຸ​ບັນ, ກຸ່ມ​ປະ​ກອບ​ອາ​ວຸດ​ໃນ​ເມືອງ​ມາ​​ຣາ​ວີ​​ສາ​ມາດຄວບ​ຄຸມ​ເຂດ​ແຄ້ວນ​ໄດ້​ພຽງ​ປະ​ມານ 10 ເຮັກ​ຕາ​ເທົ່າ​ນັ້ນ ໂດຍ​ໃນ​ເມືອງ​ມີ​ຜູ້​ປະ​ກອບ​ອາ​ວຸດ​ຂອງ​ກຸ່ມ​ມາວ​ເຕ​ແລະ​ກຸ່ມ​ອາ​ບູ​ຊາ​ຢັບ​​ແຕ່ 60 ຫາ80 ຄົນ​ທີ່​ຍັງ​ດື້​ດ້ານ​ຫົວ​ແຂງ ຂະ​ນະ​ທີ່​ກຸ່ມ​ກໍ່​ກາ​ນ​ຮ້າຍ​ດັ່ງ​ກ່າວ​ໄດ້​ກັກ​ຂັງ​​ຕົວ​ປະ​ກັນ​​ແຕ່ 40 ຫາ 60 ຄົນ. ແນວ​ໃດ​ກໍ​ດີ, ເຊື່ອ​ໝັ້ນ​ວ່າ​ບັ້ນ​ຮົບ​ທີ່​ແກ່​ຍາວ​ມາ​ເກືອບ 120 ວັນ​ນັ້ນ​ໃກ້​ຈະ​ສິ້ນ​ສຸດ​ລົງແລ້ວ.

ວັນ​ທີ 23 ພຶດ​ສະ​ພາ​ນີ້, ທະ​ຫານ​ແລະ​ຕຳຫຼວດ​ຟີ​ລິບ​ປິນ​ໄດ້​ປະ​ທະ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ "ມາວ​ເຕ"​ແລະ​ກຸ່ມ​ອາ​ບູ​ຊາ​ຢັບ ແລະ​ສົງ​ຄາມ​ດັ່ງ​ກ່າວ​ໄດ້​ແກ່​ຍາວ​ມາຈົນ​ເຖິງ​ປັດ​ຈຸ​ບັນ. ຂະ​ນະ​ທີ່ກອງ​ທັບ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ: ສົງ​ຄາມ​ມາ​ຣາ​ວີ​ໄດ້​ເຮັດ​ໃຫ້ຜູ້​ມີ​ເສຍ​ຊີ​ວິດ 869 ຄົນ, ໃນ​ນີ້ ຜູ້​ປະ​ກອບ​ອາ​ວຸດ 673 ຄົນ, ທະ​ຫານ​ແລະ​ຕຳຫຼວດ 149 ຄົນ​ແລະ​ປະ​ຊ​າ​ຊົນ 47 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ