ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​ປະທານ​ສະມັດຊາ​ໃຫຍ່ ສປຊ
2017-09-19 11:02:33  cri 

ວັນ​ທີ 18 ກັນຍາ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ມີ​ຣອສລາ​ຟ ລາດ​ຄັກ ປະທານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸ​ດທີ 72 ​ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງການ​ດັ່ງກ່າວ​ຢູ່​ນະຄອນ​ນິວຢອກ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ຈີນ​ສະໜັບສະໜູນ​ອົງການ​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ໂລກ ​​ໃນ​ຖານະ​ເປັນ​ອົງການ​ຈັດຕັ້ງສາກົນ​ທີ່​ມີ​ອິດ​ທິພົນ​ແລະ​ເປັນ​ຕົວ​ແທນ​ປະຊາ​ຄົມ​ໂລກຫຼາຍທີ່​ສຸດ. ຂະນະ​ທີ່​​ເມື່ອ​ມໍ່ໆ​ມາ​ນີ້, ບັນຫາ​ການ​ປະຕິ​ຮູບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບຄວາມ​ສົນ​ໃຈ​ຈາກ​ຝ່າຍ​ຕ່າງໆ​ ​ແນວ​ໃດ​ກໍ​ດີ, ຈີນ​ກໍ​ສະໜັບສະໜູນ​ການ​ປະຕິ​ຮູບ​ດັ່ງກ່າວ ທັງ​ຫວັງ​ວ່າ​ຂະ​ບວນການ​ປະຕິ​ຮູບ​ດັ່ງກ່າວ​ຈະ​ຄືບ​ໜ້າ​ຢ່າງ​ໝັ້ນທ່ຽງ​ບົນ​ພື້ນຖານ​ການຮັບ​ຟັງ​ຄວາມ​ຄິດ​ເຫັນ​ຈາກ​ບັນ​ດາ​ປະ​ເທດ​ສະມາຊິກ​ຢ່າງ​ເຕັມ​ສ່ວນ.

ທ່ານລາດ​ຄັກ ກ່າວ​ວ່າ: ປະຊາ​ຄົມ​ໂລກ​ຊົມ​ເຊີຍ​ຈີນ​ທີ່​ນັບ​ມື້​ໄດ້ເສີມ​ຂະຫຍາຍ​ບົດບາດທີ່ສຳຄັນ​ໃນ​ກິດຈະການ​ສາກົນ ​ແລະ​ຈາກ​ນີ້, ສະຫະ​ປະຊາ​ຊາດ​ຈະ​ເພີ່ມ​ທະວີການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ ​ເພື່ອ​ຊຸກຍູ້​ວຽກ​ງານ​ 3 ຂົງ​ເ​ຂດ ຄື ຄວາມ​ໝັ້ນຄົງ, ການ​ພັດທະນາ ​ແລະ ສິດທິ​ມະນຸດ​ ​ໃຫ້​ສົມ​ດູ​ນກັນ. ພ້ອມ​ກັນນັ້ນ, ສະຫະ​ປະຊາ​ຊາດ​ກໍ​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​ເຫັນ​ຂອງ​ຈີນ​ກ່ຽວ​ກັບ​ການ​ປະຕິ​ຮູບ​ຂອງ​ຕົນ ​ແລະ​ຈະ​ຊຸກຍູ້​ຂະ​ບວນການ​ດັ່ງກ່າວ​​ແບບຄ່ອຍ​ເປັນ​ຄ່ອຍ​ໄປ ທັງໃຫ້​ປະ​ເທດ​ສະມາຊິກ​ເປັນ​ແກນ​ນຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ