ມີ​ປະມານ 80 ປະ​ເທດ​ຈະ​ສົ່ງ​ຜູ້​ແທນ​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ຫົວ​ຂໍ້ງານ​ວາງສະ​ແດງ​ສາກົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21
2017-09-19 11:05:49  cri 

​ເວທີ​ປຶກສາ​ຫາລື​ຂັ້ນສູງ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ແລະການ​​ເງິນ​ ​ເຊິ່ງ​ເປັນ​ເວທີ​ປຶກສາ​ຫາລື​ຫົວ​ຂໍ້​ງານ​ວາງສະ​ແດງ​ສາກົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ກວາງ​ຕຸ້ງ 2017 ທີ່​ຈັດ​ຂຶ້ນ​ໂດຍ​ອຳ​ນາດ​ການ​ປົກຄອງ​​ເມືອງ​ກວາງ​ໂຈ່​ວ ຈະ​ຈັດ​ຂຶ້ນຢູ່​​ເມືອງ​ດັ່ງກ່າວ​ໃນ​ວັນ​ທີ 22 ກັນຍາ​ນີ້.

​ເວທີ​ປຶກສາ​ຫາລື​ຄັ້ງນີ້​ຈະ​ເນັ້ນຫົວ​ຂໍ້ "ປຶກສາ​ຫາລື​ຮ່ວມ​ກັນ, ກໍ່ສ້າງ​ຮ່ວມ​ກັນ ​ແລະ ຊົມ​ໃຊ້​ຮ່ວມ​ກັນ; ການ​ຮ່ວມ​ມື​ແລະ​ພັ​ດທະນາ​ການ​​ເງິນ​​ແ​ລະອຸດສາຫະກຳ" ​ໂດຍ​ຈະ​ຈັດກອງ​ປະຊຸມ​ຫົວ​ຂໍ້ດັ່ງກ່າວ ພ້ອມ​ດ້ວຍ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຍ່ອຍ 3 ຄັ້ງ ​ຄື "ກໍ່ສ້າງ​ຮ່ວມ​ກັນ: ກ້າວສູ່​ອາ​ຟຣິກາ, ນະ​ໂຍບາຍ​ແລະ​ໂອກາດ​ການ​ລົງທຶນ​ຂອງ​ອາ​ຟຣິກາ", "ປຶກສາ​ຫາລື​ຮ່ວມ​ກັນ: ​ເວທີ​ປຶກສາ​ຫາລື​ອົງການ​ຫົວ​ກະທິ​ສາກົນ​ກວາງຕຸ້ງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21" ​ແລະ "ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ: ການ​ຮ່ວມ​ມື​ແລະ​ປະດິດ​ສ້າງ​ດ້ານ​ການ​ເງິນ​ໃນ​ຂອບ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໂດຍ​ຈະສຸມ​ໃສ່​ຄົ້ນຄວ້າ ​ແລະ ​ແລ​ກປ່ຽນ​​ໃນຫົວ​ຂໍ້​ຕ່າງໆ ​ເປັນຕົ້ນ ການ​ພົວພັນ​ສາກົນ​ແບບ​ໃໝ່​ພາຍ​ໃຕ້​ຍຸດ​ທະ​ສາດ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21", "ປະດິດ​ສ້າງ​ຮູບ​ແບບ​ການ​ລົງທຶນ ​ແລະ ລະດົມ​ທຶນ, ພັດທະນາ​ການ​ເງິນ​ສາກົນ​ທີ່​ມີຫຼາຍ​ເຄົ້າ", "ການ​ຮ່ວມ​ມືດ້ານ​ອຸດສາຫະກຳ ​ແລະ ການ​ເງິນ, ຮ່ວມ​ກັນ​ສ້າງ​ເສັ້ນທາງ​ແຫ່ງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ", ປຶກສາ​ຫາລື​​ທິດ​ທາງ​ການ​ຮ່ວມ​ມືຮ່ວມ​ກັນ, ​ເຕົ້າ​ໂຮມ​ຄວາມ​ເປັນ​ເອກະ​ພາບ​ຂອງ​ການ​ຮ່ວມ​ມື ​ແລະປະຕິບັດໃຫ້​ປາກົດ​ຜົນ​ເປັນ​ຈິງ.

ທັງ​ນີ້ ນັບ​ແຕ່​ປີ 2015 ​ເປັນຕົ້ນມາ, ​ເວທີ​ປຶກສາ​ຫາລື​ຫົວ​ຂໍ້​ງານ​ວາງສະ​ແດງ​ເສັ້ນທາງ​ສາຍ​​ໄໝ​ທາງທະ​ເລ​ສະຕະວັດ​ທີ 21 ຈັດ​ຂຶ້ນປີ​ລະ​ເທື່ອ​ຢູ່​ເມືອງ​ກວາງ​​ໂຈ່​ວ ​ເຊິ່ງ​ເປັນ​ຕົ້ນທາງ​ຂອງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ