ຊາວ​ລ້ຽງສັດ​​ເຜົ່າ​ກາຊັກ​ເຂດ​ຊິ່ນ​ຈ່ຽງຈີນ​ຍ້າຍ​ບ່ອນລ້ຽງສັດ
2017-09-19 16:28:57  cri 

ວັນ​ທີ 18 ກັນຍາ​ນີ້, ຊາວ​ລ້ຽງສັດ​ເຜົ່າ​ກາ​ຊັກ​ເມືອງ​ຟູ້ຢິ້ນ​ເຂດ​ຊິ່ນ​ຈ່ຽງຈີນ ພວມ​ຕ້ອນ​ຝູງງົວ, ​ແບ້, ມ້າ ​ແລະ ອູດ ​ເປັນຕົ້ນ ​ໄປ​ທົ່ງ​ລ້ຽງສັດ​ສຳລັບ​ລະດູ​ໜາວ. ​ທັງ​ນີ້ ​ເນື່ອງ​ຈາກ​ໄລຍະ​ນີ້​ເຂົ້າສູ່​ທ້າຍລະດູ​ໃບ​ໄມ້ຫຼົ່ນ​ແລ້ວ, ຊາວ​ລ້ຽງສັດ​ເຜົ່າ​ກາ​ຊັກ​ທ້ອງ​ຖິ່ນ​ດັ່ງກ່າວ​ຈຳ​ເປັນຕ້ອງ​ປະຕິບັດຕາມ​ລະດູ​ການ ​ໂດຍ​ພາຍ​ໃຕ້​ການຈັດຕັ້ງຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຕ້ອນຝູງສັດລ້ຽງ​ເດີ​ນທາງ​ໄລຍະ​ໄກ ​ເພື່ອ​ຍ້າຍ​ຈາກ​ທົ່ງ​ລ້ຽງສັດ​ລະດູ​ໃບ​ໄມ້ຫຼົ່ນໄປ​ສູ່​ທົ່ງ​ລ້ຽງສັດ​ລະດູ​ໜາວ​ ​​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້​ແກ່​ສັດລ້ຽງ​ກ່ອນ​​ຫິມະຈະ​ຕົກ ​ແລະ ອຸນຫະພູມ​​ຕ່ຳລົງ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ