ກຽມ​ເປີດເທດສະການ​ໂຄມ​ໄຟ​ໂອກາດ​ບຸນ​ໄຫວ້​ພະຈັນ​ສອງ​ຝັ່ງ​ຊ່ອງ​ແຄບ​​ໄຕ້​ຫວັນ
2017-09-19 16:35:07  cri 

ເທດສະການ​ໂຄມ​ໄຟ​ຄຸນ​ຊ່ານ ໂອກາດ​ບຸນ​ໄຫວ້​ພະຈັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ 2017 ຈະເປີດ​ສາກຢູ່​ເມືອງ​ເກົ່າ​ແກ່​ໂຈ່​ວຈ່ວງ ​ແຂວງ​ຈ່ຽງຊູ່ ​​ແຜ່ນດິນ​​ໃຫຍ່​ຈີນ​ໃນ​ວັນ​ທີ 20 ກັນຍາ​ນີ້ ​ໂດຍ​ຈະ​​ເນັ້ນ 4 ຫົວ​ຂໍ້ ຄື "ຄວາມ​ປະ​ທັບ​ໃຈ​ຕໍ່​ຄຸນ​ຊ່ານ", "ປະ​ເພນີ​ເກາະ​​ໄຕ້​ຫວັນທີ່ປະ​ເສີດ", "ນິທານ​ທີ່​ກ່ຽວ​ພັນ​ກັບໂຈ່​ວຈ່ວງ" ​ແລະ "ຂໍ​ພອນ​ເພື່ອ​ຊົນ​ຊາດ​ຈີນ", ຂະນະ​ທີ່​ໂຄມ​ໄຟ​ໃນ​ຮູບ​ແບບ​ຕ່າງໆ 120 ຊຸດກໍ​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະ​ເພນີ​ບຸນ​ໄຫວ້​ພະຈັນ​ທີ່​ເປັນ​ມູນ​ເຊື້ອ ທັງ​ປະສົມ​ປະສານ​ກັບ​ປັດ​ໄຈ​ໂຈ່​ວຈ່ວງທີ່​ມີ​ນ້ຳ​ໄຫຼກ້ຽວ​ກອດ ​ແລະ ວັດທະນະທຳມ່າຈູ ​ເຮັດ​ໃຫ້​ ເມືອງ​ໂຈ່​ວຈ່ວງ​ໃນ​ຍາມ​ລາຕີ​ປະດັບ​ປະດາ​ດ້ວຍ​ຄວາມ​ງາມ​ຂອງ​ໂຄມ​ໄຟ​ຮູບ​ແບບ​ຕ່າງໆ. ປັດຈຸບັນ​, ​ເທດສະການ​ດັ່ງກ່າວ​ໄດ້​ກຽມ​ຄວາມ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ແຫ່ງ​ຕ່າງໆ.



1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ