ສິງກະ​ໂປ​ສົ່ງ​ອອກສິນຄ້າ​ຫຼາຍ​ຂຶ້ນ
2017-09-19 16:40:50  cri 

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 18 ກັນຍາ​ນີ້, ອົງການ​ພັດທະນາ​ວິ​ສາ​ຫະກິດ​ສາກົນ​ສິງ​ກະໂປ​​ເປີ​ດ​ເຜີຍ​ວ່າ​, ​ຈາກ​ການ​ສົ່ງ​ອອກ​ສິນຄ້າ​​ເອ​​ເລັກ​ໂຕຣນິກ ​ແລະ ສິນຄ້າ​ທົ່ວ​ໄປ​ເພີ່ມ​ຂຶ້ນນັ້ນ​ສົ່ງ​ຜົນ​ເຮັດ​ໃຫ້​ການ​ສົ່ງ​ອອກສິນ​ຄ້າຍົກ​ເວັ້ນ​ນ້ຳມັນ​ເຊື້ອ​ໄຟ​​ໃນ​ເດືອນ​ສິງຫາ​ປີ​ນີ້​ໄດ້ເພີ່ມ​ຂຶ້ນ 17% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ.

​ໃນ​ເດືອນ​ສິງຫາ, ສິງກະ​ໂປ​ສົ່ງ​ອອກ​ສິນຄ້າ​ເອ​ເລັກ​ໂຕຣນິກເພີ່ມ​ຂຶ້ນ 21,7% ​ແລະ ສິນຄ້າ​ທົ່ວ​ໄປ​ກໍເພີ່ມຂຶ້ນ 15% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ​ໂດຍຈີນ​ເປັນ​ຕະຫຼາດ​​ໃຫຍ່​ທີ່​ສຸດໃນ​ການນຳ​​ເຂົ້າ​ສິນຄ້າ​​ໂດ​ຍຍົກ​ເວັ້ນນ້ຳ​ມັນ​ເຊື້ອ​ໄຟ.

ຈາກ​ນີ້, ຈຶ່ງ​ບັນລຸ​ຍອດມູນຄ່າການ​ຄ້າ​ຕ່າງປະ​ເທດເພີ່ມ​ຂຶ້ນ 15,6% ທຽບ​ໃສ່​ໄລຍະ​ດຽວ​ກັນ ​ແລະ ມູນ​ຄ່າການນຳ​ເຂົ້າສົ່ງອອກເພີ່ມ​ຂຶ້ນ 10 ​ເດືອນ​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ