ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວ​ປະ​ເທດ​ໄທ​ໃນ​ເດືອນ​ສິງ​ຫາ​ເພີ່ມ​ຂຶ້ນ​ຫຼາຍກວ່າ 10%
2017-09-20 16:41:30  cri 
ກະ​ຊວງ​ທ່ອງ​ທ່ຽວ​ແລະ​ກິ​ລາ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 19 ກັນ​ຍາ​ນີ້​ວ່າ, ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວ​ປະ​ເທດຕົນ​ເຖິງ 9 ແສນ 8 ໝື່ນ 3 ພັນ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາເພີ່ມ​ຂຶ້ນ 10,3%, ແລະ​ນັບ​ວ່າ​ເປັນ​ອັດ​ຕາ​ເພີ່​ມ​ຂຶ້ນ​ຫຼາຍ​ທີ່​ສຸດ​ໃນ​ປີ​ນີ້.

ທ່ານ​ພົງ​ພະ​ນຸ ສະ​ເວດ​ຕາ​ຣັນ​ດາ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ແລະ​ກິ​ລາ​ໄທ​ກ່າວ​ ວ່າ, ໃນ​ເດືອນ​ສິງ​ຫາ​ປີ​ນີ້, ຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄປ​ທ່ຽວ​ປະ​ເທດ​ຕົນ​ບັນ​ລຸ​ເຖິງ 3 ລ້ານ 1 ແສນ 3 ໝື່ນ 3 ພັນ 4 ຮ້ອຍ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 8,66%, ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ຈີນ​​ເປັນ​ອັນ​ດັບ​ໜຶ່ງ, ຖັດ​ມາ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ມາ​ເລ​ເຊຍ, ສ​ ເກົາ​ຫຼີ, ຍີ່​ປຸ່ນ, ລາວ, ອິນ​ເດຍ​ແລະ​ອື່ນໆ, ໂດຍ​ສາ​ມາດສ້າງ​ລາຍ​ຮັບ​ໄດ້ 163 ຕື້ 400 ລ້ານ​ບາດ(ປະ​ມານ 4 ຕື້ 941 ລ້ານ​ໂດ​ລາ​ສະ​ຫະ​ລັດ)ໃຫ້​ແກ່​ປະ​ເທດ​​ຕົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​​ເພີ່ມ​ຂຶ້ນ 11,72%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ