ສປ ຈີນ ນຳສະເໜີລາຍການໂທລະພາບໃໝ່ ຢູ່ ສປປ ລາວ
2017-09-20 17:02:21  cri 

 

ວັນທີ 19 ກັນຍານີ້, ບໍລິສັດສື່ສານສາກົນໂທລະພາບຈີນ ຈຳກັດ ໄດ້ ນຳສະເໜີລາຍການໂທລະພາບຂອງປະ
ເທດຈີນ ຢູ່ນະຄອນຫຼວງວຽງຈັນ, ພາຍໃຕ້ຂໍ້ລິເລີ້ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ໂດຍທ່ານ ຕິ່ງ ຢົງປິ່ງ
ຜູ້ອຳນວຍການບໍລິສັດດາວທຽມລາວອາຊີ-ປາຊີຟິກ ຈຳກັດ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່
ມວນຊົນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ມີຕາງໜ້າສະຖານີ ໂທລະພາບແຫ່ງຊາດ
ລາວ ແລະ ຕົວແທນວິສາຫະກິດ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ຫລູ ຊູນກວ່າງ ຜູ້ອຳນວຍການໃຫຍ່ ບໍລິສັດສື່ສານສາກົນໂທລະພາບຈີນ ຈຳກັດກ່າວ
ວ່າ: ເພື່ອສ້າງຊ່ອງທາງແລກປ່ຽນ ວັດທະນະທໍາໃຫ້ມີຫຼາຍຮູບແບບ ແລະ ເຊື່ອມໂຍງກັນ. ສະຖານີ ໂທລະ
ພາບສາງເສີງໄດ້ນຳ​ເອົາລາຍການໂທລະພາບຂອງຈີນ ​ມາ​ແຜ່​ພາບ​ອອກ​ອາ​ກາດຢູ່ ສປປ ລາວ ໂດຍຜ່ານ
ດາວທຽມລາວ 1, ​ແລະເຊື່ອວ່າລາຍກ

ານຂອງຈີນ ທີ່ີມີສີສັນຫຼາກຫຼາຍນັ້ນ ຈະໄດ້ນຳເອົາຄວາມບັນເທິງທາງ
ສາຍຕາມາສູ່ປະຊາຊົນລາວຢ່າງແນ່ນອນ.

   ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນກະຊວງຖະແຫລງຂ່າວວັດທະນະນຳ
ແລະທ່ອງທ່ຽວ ແລະ ທ່ານນາງ ວຽງທອງ ພິມມະຈັນຮອງອໍານວຍການສະຖານີໂທລະພາບແຫ່ງຊາດລາວ ຕ່າງກໍໄດ້ປະກອບຄຳເຫັນໂດຍຕີລາຄາສູງຕໍ່ການແລກປ່ຽນໃນຂົງ ເຂດໂທລະພາບລະຫວ່າງ ລາວ-ຈີນ ໃນ
ຄັ້ງນີ້, ທັງ​ເຫັນ​ດີ ໃຫ້ ໂທລະພາບ ສອງປະເທດສະແດງບົດບາດນຳໜ້າພາຍໃຕ້ເງື່ອນໄຂຂອງການ​ປະ​ຕິ​ບັດ
ຂໍ້ລິເລີ້ມ"ໜຶ່ງແລວທາງ ໜຶ່ງເສັ້ນທາງ", ເຮັດໃຫ້ຊ່ອງທາງ ການປະສານງານດ້ານອາລິຍະທຳ​ທີ່ຫຼາກຫຼາຍ
ມີຄວາມສະດວກ, ​ແລະສ້າງເປັນຄູ່ຮ່ວມຜົນ ປະໂຫຍດທີ່ເກື້ອກູນດ້ານວັດທະນະທຳ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ