ອາ​ເມ​ລິ​ກາ​ເປີດ​ໃຊ້​ຖານ​ທັບ​ແຫ່ງ​ທຳ​ອິດຢູ່​​ອິດສະ​ແລນ
2017-09-20 14:34:59  cri 
ວັນ​ທີ 18 ກັນຍາ​ນີ້, ທ່ານ​ຊິກາ ຮ່າຍ​ໂມ​ວິກ​ຮັບ​ຜິດ​ຊອບ​ກອງ​ພົນ​ປ້ອງ​ກັນ​ອາກາດ​ກອງທັບ​ອິດສະ​ແລນ​ກ່າວ​ວ່າ: ປະ​ເທດ​ຕົນແລນ​​ໄດ້ຕົກລົງ​​ໃຫ້​ອາ​ເມ​ລິ​ກາສ້າງ​ຖາ​ນທັບ​ແຫ່ງ​ທຳ​ອິດ​ແລ້ວ.

​ທ່ານ​ກ່າວ​​ໃນ​ພິທີ​ເປີດ​ການ​ກໍ່ສ້າງ​ຖານ​ທັບ​ດັ່ງກ່າວວ່າ: ​ທັງ​ສອງ​ປະ​ເທດ​ໄດ້​ຮ່ວມ​ມືກັນ​ມາ​ເປັນ​ເວລາ​ສອງ​ປີ​ແລ້ວ ​ແລະຖານ​ທັບ​ນີ້​ໃກ້​ຈະ​ສຳ​ເລັດ​ແລ້ວ ​ແລະ​ຫຼັງ​ກໍ່ສ້າງ​ສຳ​ເລັດ​ຈະ​ມີ​ທະຫານ​ອາ​ເມ​ລິ​ກາ​ເຂົ້າ​ມາ​ປະຈຳ​ຢູ່​ຖານ​ທັບ​ນີ້​ເປັນ​ເວລາ​ຍາວ​ນານ.

​ແນວ​​ໃດ​ກໍ​ດີ​ ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດວ່າ ທະຫານ​ອາ​ເມ​ລິ​ກາ​ຈະ​ເຂົ້າ​ຮ່ວມ​​ເຄື່ອນ​​ໄຫວທາງ​ການ​ທະຫານ​ຢູ່​ອິດສະ​ແລນ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ