ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ
2017-09-21 10:14:27  cri 

ວັນ​ທີ 20 ກັນ​ຍາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໃນໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ.

ທ່ານ​ສີ​ຈິ້ນ​ຜິງ​​ກ່າວ​ວ່າ: ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ທາງ​ຍຸດ​ທະ​ສາດ​ແລະບຸກ​ເບີກ​ການ​ພັດ​ທະ​ນາ​ແລະ​ປະ​ດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ​ທັງ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານ. ​ຂະ​ນະ​ດຽວ​ກັນ​ກໍຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳເພື່ອ​ສືບ​ທອດ​ແລະ​ເຊີດ​ຊູ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ຈີ​ນ-ສິງ​ກະ​ໂປ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດຫຼາຍກວ່າ​ເກົ່າ. ແນວ​ໃດ​ກໍ​ດີ, ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເປັນ​ຈຸດ​​ໝາຍ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ເຊິ່ງຈາກ​ນີ້ ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສ້າງ​ໂຄງ​ການ​ໂຕ​ແບບ​ການ​ເຊື່ອມ​ຈອດ​ທາງ​ຍຸດ​ທະ​ສາດ​ຈຸ່ງ​ກິ່ງ​ຈີນ-ສິງ​ກະ​ໂປ​ໃຫ້​ໄດ້​ຮັບ​ຜົນ​ງານ​ທີ່​ດີ ທັງ​​ຊຸກ​ດັນປະ​ເທດ​ອື່ນ​ໃນ​ພາກ​ພື້ນ​​ໃຫ້ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ແລວ​ທາງ​ໃໝ່ການ​ຄ້າ​ເທິງ​ບົກ​​ແລະທາງ​ທະ​ເລ​ສາ​ກົນ.

ທ່ານ​ລີ​ຊຽນ​ລົງ​ຢືນ​ຢັນ​ວ່າ ສິງ​ກະ​ໂປ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ​ແລະຫວັງ​ຈະ​ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກັບ​ຈີນ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ. ສິງ​ກະ​ໂປ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແລະ​ສ້າງ​ຕັ້ງ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ແລະ​ຍິນ​ດີເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃຫ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ.

ຜູ້​ນຳ​ທັງ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ