ນັກ​ແຕ້ມ​ຮູບ​ກາ​ຕູນ​ເມືອງ​ຊິງ​ຕາວຫັນ​ມາ​ເອົາ​ດີ​ຜະ​ລິດຂິມ​ບູ​ຮານ​ຈີນ
2017-09-21 14:47:42  cri 

ທ່ານ​ຫວາງ​ຊິງ​ຢາງ ປີ​ນີ້​ອາ​ຍຸ 41 ປີ​ເປັນ​ຊ່າງ​ຜະ​ລິດ​ຂິມ​ບູ​ຮານ​​ຢູ່​ເມືອງ​ຊິງ​ຕາວ ແຂວງ​ຊ່າ​ນ​ຕຸ່ງ ສ​ປ ຈີນ. ກ່ອນ​ໜ້າ​ນີ້ 1 ປີ, ບໍ​ລິ​ສັດ​ທີ່​ທ່ານ​ເຮັດ​ວຽກ​ຢູ່​ນັ້ນ​ຕ້ອງ​ການ​​ຜະ​ລິດກາ​ຕູນ​​ທີ່​ເນັ້ນວັດ​ທະ​ນະ​ທຳ​ດັ້ງ​ເດີມ​,​ແລະ​ຈາກ​ປະ​ສົບ​ການ​ທີ່​ຮູ້​ຂິມ​ບູ​ຮານ ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຈີນ​ທີ່​ມີ​ປະ​ຫວັດ​ສາດ 3000 ປີ​ແລ້ວ ຈິ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຫັນ​ມາ​ຜະ​ລິດ​ຂິມ​ບູ​ຮານ. ທ່ານ​ຫວາງ​ຊິງ​ຢາງບອກວ່າ, ເມື່ອ​ໄດ້​ຍິນ​ສຽງ​ດົນ​ຕີ​ພິນ​ບູ​ຮານ​ແລ້ວ​ກໍ​ຕິດ​ຫູ​ຕິດ​ໃຈ​ຕົນ​ມາ​ຕະຫຼອດ. ຈາກ​ນັ້ນ​ຈິ່ງໄດ້​ລາ​ອອກ​ຈາກ​ບໍ​ລິ​ສັດ​ກັບບ້ານ​ເກີດ​ຄື​ເມືອງ​ຊິງ​ຕາວ​ເພື່ອ​ຜະ​ລິດ​ຂິມ​ບູ​ຮານ​ໂດຍ​ຜະ​ລິດ​​ໄດ້​ພຽງ​ແຕ່ໜ່ວຍ​ໜຶ່ງ​ຕໍ່​ປີ​ເທົ່າ​ນັ້ນ. ທ່ານບອກວ່າ, ການ​ຜະ​ລິດ​ພິນ​ບູ​ຮານ​ຕ້ອງ​ໃຊ້​ເວ​ລາຫຼາຍ, ເຮັດ​ຕາມ​ສູ​ດ​ດັ້ງ​ເດີມ, ທຸກ​ຂັ້ນ​ຕອນ​ຕ້ອງ​ເຮັດ​ແບບ​ບໍ່​ປະ​ໝາດ ເຊິ່ງ​ຄວາມ​ຈິງ​ແລ້ວ​ການ​ຈະ​ໄດ້​ຂິມ​ບູ​ຮານ​ໜ່ວຍ​ໜຶ່ງ​ຕ້ອງ​ໃຊ້​ເວ​ລາ 1 ຫາ​ປີ​ເຄິ່ງ​ຈິ່ງ​ຈະ​ສຳ​ເລັດ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ