ປັບ​ທົ່ງ​ເປັນ​ດັ່ງຮູບ​ແຕ້ມທີ່​ມີ​ຊື່​ສຽງ​ຂອງ​ແວນ​ໂກ
2017-09-21 15:48:10  cri 


ຮູບ​ແຕ້ມ​ "ດອກ​ຕາ​ເວັນ" ​ເຊິ່ງ​ເປັນ​ຜົນ​ງານ​ການ​ແຕ້ມ​ທີ່​ມີ​ຊື່​ສຽງ​​​ຂອງ​ທ່ານ​ແວນ​ໂກ ນັກ​ແຕ້ມ​ຮູບ​​ຊາວໂຮ​ນ​ລັງ​ໄດ້​ສ້າງ​ຊື່​ສຽງ​ໃຫ້​ແກ່​ທົ່ງ​ດອກ​ຕາ​ເວັນ​ປະ​ມານ 33 ເຮັກ​ຕາ​​ຢູ່ໃກ້​ບ້ານ​ຕົ່ງ​ສູ​ຈ່ວງ​ເມືອງ​ສິນ​ຮ​ວງ​ຕາວ ແຂວງ​ເຫີ​ເປີຍ ສ​ປ ຈີນ​ ​ຢ່າງ​ມະ​ຫັດ​ສະ​ຈັນ​ຫຼັງ​ໄດ້​ນຳ​ເອົາ​ຫຍ້າ​ສີ​ແດງ,ສີ​ຂຽວ​,ດອກດາວ​ເຮືອງ ແລະ​ອື່ນໆມາ​ປູກ​ໃນ​ເນື້ອ​ທີ່ 2,6 ເຮັກ​ຕາ​​ຢູ່​ທົ່ງ​ດັ່ງ​ກ່າວ.ຈາກ​ນີ້​ຈິ່ງ​ໄດ້​ກາຍ​ເປັນ​ຈຸດ​ທັດ​ສະ​ນະ​ສຶກ​ສາ​ທີ່​ພິ​ເສດ​ຂອງກອງ​ປະ​ຊຸມ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ແຂວງ​ເຫີ​ເປີຍ​ຄັ້ງ​ທີ 2. ເມື່ອ​ເຫັນ​ແລ້ວ​ມັນ​ຊ່າງ​ເປັນ​ການ​ປະ​ສົມ​ປະ​ສາ​ນ​ຢ່າງ​ກົມ​ກືນ​ກັບ​ພູມ​ສັນ​ຖານ​ແລະ​ຈາກ​ນີ້​ຈິ່ງ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຊົມຢ່າງຫຼວງຫຼາຍ​ທັງ​ໄດ້ຖ່າຍ​ຮູບ​ໄວ້​ເປັນ​ທີ່​ລະ​ນຶກ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ