ປະ​ທານ​ກຸ່ມ​ບໍ​ລິ​ສັດGS​ກ່າວ​ວ່າ​ຈີນ​ກຳ​ລັງ​ເປັນ​ແກນ​ນຳ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ
2017-09-21 16:48:35  cri 
ທ່ານ​ຮາ​ວີ ສະ​​ຈວດ ປະ​ທານ​ກຸ່ມ​ບໍ​ລິ​ສັດGoldmanSachsຫຼືGS​ຢືນ​ຢັນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 20 ກັນ​ຍາ​ນີ້​ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ເສດ​ຖະ​ກິດ​ໂລກ​ໄດ້​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ໄປ​ທາງ​ທີ່​ດີ, ຂະ​ນະ​ທີ່​ຈີນ​ກໍກຳ​ລັງ​ເປັນ​ແກນ​ນຳ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ໃນ​ໂລກ.

ທ່ານ​ຮາ​ວີ ສ​ຈວດ​ຢືນ​ຢັນ​ວ່າ: ​ປັດ​ຈຸ​ບັນ,ເສດ​ຖະ​ກິດ​ໂລກ​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ດີເຊິ່ງ​ກໍດີກວ່າ​ປີ​ຜ່ານ​ມາ. ຈີນ​ໄດ້​ກາຍ​ເປັນ​ແກນ​ນຳການ​ຂະ​ຫຍາ​ຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ໃນ​ໂລກ, ​ຂະ​ນະ​ທີ່ເສດ​ຖະ​ກິດ​​ໃນເອີ​ຣົບ​ແລະ​ອາ​ເມ​ລິ​ກາ​ຟື້ນ​ຕົວ​ຄືນ​ພ້ອມ​ກັນນັ້ນ, ກຸ່ມGS​ພ້ອມ​ດ້ວຍ​ລູກ​ຄ້າ​ກໍ​ໝັ້ນ​ໃຈ​ຕໍ່​ອະ​ນາ​ຄົດ​ຂອງ​ເສດ​ຖະ​ກິດ​ໂລກ ແລະ​ພວກ​ເຮົາ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ອະ​ນາ​ຄົດ​ທາງ​ເສດ​ຖະ​ກິດ​ຈີນ​ຢູ່​ໃນ​ແງ່​ດີ​ຕະຫຼອດ​ມາ, ຕະຫຼາດ​ຈີນ​ນັບ​ມື້​ມີ​ຖາ​ນະ​ທີ່ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ຂອງ​ບໍ​ລິ​ສັດ.

ທ່ານ​ຮາ​ວີ ສະ​​ຈວດ​ຍັງ​ກ່າວ​ຕື່ມ​ວ່າ: ການ​ຟື້ນ​ຕົວ​ຄືນ​ຂອງ​ເສດ​ຖະ​ກິດ​ໂລກ​ຍັງ​ຜະ​ເຊີນ​ກັບ​ປັດ​ໄຈ​ທີ່​ບໍ່​ໝັ້ນ​ທ່ຽງ​ແລະ​ບໍ່​ແນ່ນອນຫຼາຍ​ຢ່າງ​ເປັນ​ຕົ້ນ ທ່າ​ອ່ຽງ​ຂອງ​ນະ​ໂຍ​ບາຍ​ປະ​ຕິ​ຮູບ​ສ່ວຍ​ສາ​ອາ​ກອນ​ແລະ​ອື່ນໆ​ຂອງ​ອາ​ເມ​ລິ​ກາ, ຂະ​ບວນ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຂອງ​ອັງ​ກິດ​ພ້ອມ​ດ້ວຍ​ປັດ​ໄຈ​ການ​ເມືອງ​​ໃນພາກ​ພື້ນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ