ຈີນ​ສະ​ເໜີ 3 ຂໍ້​​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແ​ມ່ນ້ຳຂອງ
2017-09-21 11:31:26  cri 

ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ຫຼື GMS ຄັ້ງທີ 22 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງຮ່າ​ໂນ້​ຍ ປະ​​ເທດ​ຫວຽດນາມ​ໃນ​ວັນ​ທີ 20 ກັນຍາ​ນີ້ ​ໂດຍ​ເນັ້ນຫົວ​ຂໍ້ "​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ຊຸກຍູ້ການ​ຮ່ວມ​ມື GMS ​ໃຫ້​ໄດ້ຮັບຜົນຫຼາຍກວ່າ​ເກົ່າ​ອີກ". ​ໃນ​ກອງ​ປະຊຸມ​ດັ່ງກ່າວ ​ນອກຈາກໄດ້​ແຈ້ງ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື GMS ​ໃນ​ຂົງ​ເຂດ​ຕ່າງໆ​ແລ້ວ ຍັງ​ໄດ້​ຄົ້ນຄວ້າ​ພິຈາລະນາຂອບ "​ແຜນການ​ດຳ​ເນີນ​ງານ​ຮ່າ​ໂນ້​ຍ", ຂອບ​ການ​ລົງທຶນ​ພາກ​ພື້ນ ກໍ​ຄື ຜົນງານ​ໃນ​ຂົງ​ເຂດ​ຕ່າງໆ ​ເປັນຕົ້ນ ການທ່ອງທ່ຽວ ​ແລະ ຄົມມະນາຄົມ ​ແລະ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ.

ທ່ານ​ສີ​ຫົງ​ສາຍ ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ ​ໂດຍ​ປິ່ນ​ອ້ອມ​ຂໍ້ລິ​ເລິ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ມີ​ຄຳ​ຄິດ​ເຫັນ 3 ຂໍ້ ຄື: ​ເສີມ​ຂະຫຍາຍ​ທ່າ​ແຮງ​ການ​ຮ່ວມ​ມື​ເສດຖະກິດ GMS, ຊຸກຍູ້​ການ​ເຊື່ອມ​ຕໍ່​​ລະຫວ່າງ GMS ກັບ​ກົນ​ໄກຫຼາຍຝ່າຍ​ອື່ນໆ ​ເປັນຕົ້ນ ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ ກົນ​ໄກການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ; ສ້າງ​ຕາໜ່າງການ​ເງິນ​ພາກ​ພື້ນ, ຮັບປະກັນ​ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ພັດທະນາ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ; ປະດິດ​ສ້າງ​ຮູບ​ແບບ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ ​ແລະຊຸກຍູ້​ການ​ຮ່ວມ​ມື​​ຍົກ​ສູງ​ຄວາມ​ສາມາດ​ການ​ຜະລິດລະຫວ່າງ​ປະ​ເທດ​ຕ່າງໆ.

​ໃນ​ກອງ​ປະຊຸມ​ດັ່ງກ່າວ ຍັງ​ໄດ້​ຈັດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ແລວ​ທາງ​ເສດຖະກິດ GMS ຄັ້ງທີ 9 ​ໂດຍ​​ບັນດາ​ຜູ້​ແທນໄດ້​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ແລວ​ທາງ​ເສດຖະກິດ GMS ​ແລະ​ຫົວ​ຂໍ້​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ