ຟີ​ລິບ​ປີນຍິນ​ດີ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ນັກ​ທຸ​ລະ​ກິດ​ລົງ​ທຶນ​ຢູ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຫຼາຍກວ່າ​ເກົ່າ
2017-09-21 16:29:53  cri 
ທ່ານ​ວັນ​ດາ ໂຄ​ຣະ​ຈົນ ເທ​ໂອ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິ​ບ​ປີນ​ກ່າວ​ໃນ​ວັນ​ທີ 19 ກັນ​ຍາ​ນີ້​ວ່າ, ຕໍ່​ໜ້າຈະ​ເປີດ​ຖ້ຽວ​ບິນ​ເພື່ອ​ການ​ທ່ອງ​ທ່ຽວ​ກັບ​ຕົວ​ເມືອງ​ຈີນ​ໂດຍ​ກົງ​.shຫຼາຍກວ່າ​ເກົ່າ​, ທັງຍິນ​ດີ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນລວມ​ທັງ​ນັກ​ທຸ​ລະ​ກິດ​​ໃຫ້​ເຂົ້າໄປ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ຕົນ​. ຊິ່ງ​ຈຸດ​ນີ້ລັດ​ຖະ​ບານ​ປະ​ເທດ​ຕົນ​ຈະ​ສຸມ​ທຸກ​ກຳ​ລັງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ມາ​ທ່ຽວ​​ຕົນ​ຫຼາຍກວ່າ 1 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້.

ທັງ​ນີ້​ແຕ່ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ​ນັກ​ທ່ອງ​ທ່ຽວ​ຈີນ​​ເຂົ້າ​ທ່ຽວ​ຟີ​ລິບ​ປີນ​ຫຼາຍ​ກວ່າ​ 4 ແສນ 5 ໝື່ນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ແກ່ 34% ເມື່ອທ່ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ປັດ​ຈຸ​ບັນ, ​ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຟີ​ລິບ​ປີນ​​ເປັນອັນ​ດັບ​ທີ 3, ​ຂະ​ນະ​ທີ່​ຄອງ​ທີ​ໜຶ່ງ​ແມ່ນ​ສ ເກົາ​ຫຼີ, ​ແລະຖັດ​ມາ​ແມ່ນ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ