ຈີນ​ແລະ​ສິງ​ກະ​ໂປ​ຈະ​ສູ້​ຊົນເຈ​ລະ​ຈາ​ຍົກ​ລະ​ດັບເຂດ​ການ​ຄ້າ​ເສ​​ລີໃຫ້​ສຳ​ເລັດ​ໂດຍ​ໄວ
2017-09-22 16:43:52  cri 
​ໃນ​ໂອ​ກາດ​ທີ່ທ່ານ ລີ​​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​. ທ່ານ ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນໄດ້​ກ່າ​ວ​ໃນ​ວັນ​ທີ 21 ກັນ​ຍາ​ນີ້​ວ່າ: ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ກັບ​ສິງ​ກະ​ໂປ​ພາຍ​ໃຕ້​ຂອບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ສິງ​ກະ​ໂປ​ໃຫ້​ສຳ​ເລັດໂດຍ​ໄວ.

ສິງ​ກະ​ໂປ​ແມ່ນ​ປະ​ເທດ​ທຳ​ອິດ​ຂອງອາ​ຊຽນ​ປະ​ເທ​ດ​ທຳ​ອິດ​ທີ່​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຮອບ​ດ້ານ​ກັບ​ຈີນ ແລະຖ້າ​ການ​ເຈ​ລະ​ຈາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ສອງ​ຝ່າຍສຳ​ເລັດ​ໂດຍ​ໄວນັ້ນ​ຈະ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ຂອງ​ອາ​ຊຽນໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຈີນ.

ຂະ​ນະ​ດຽວ​ກັນ, ສິງ​ກະ​ໂປ​ກໍ​ເປັນ​ປະ​ເທດ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ທັງ​ນີ້​ອີງຕາມ​ສະ​ຖິ​ຕິ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2015, ຈີນ​ເຂົ້າ​ໄປ​ລົງ​ທຶນ​ຢູ່​ສິງ​ກະ​ໂປກວມ​ເອົາ 1 ສ່ວນ 3 ຂອງ​ລວມຍອດ​ມູນ​ຄ່າ​ການ​ລົງ​ທຶນ​ໃນປະ​ເທດ​ຢູ່​ຕາມ ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ