ອົງ​ການ​ການ​ຄ້າ​ໂລກປັບ​ຄາດ​ໝາຍ​ການ​ເຕີບ​ໂຕ​ການ​ຄ້າ​ຂອງ​ໂລກ​ໃນ​ປີ​ນີ້​​ສູງ​ຂຶ້ນ
2017-09-22 14:18:17  cri 
ວັນ​ທີ 21 ກັນ​ຍາ​ນີ້, ອົງການ​ການ​ຄ້າ​ໂລກ​ຫຼື WTO ໄດ້​ປັບ​​ຄາດ​ໝາຍ​​ການ​ເຕີບ​ໂຕ​ການ​ຄ້າ​ຂອງ​ໂລກ​ໃນ​ປີ​ນີ້​ຈາກ 2,4% ຂຶ້ນ​ເປັນ 3,6%. ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ການ​ຄ້າ​ໃຫຍ່​ສຳ​ຄັນ​ຂອງ​ໂລກ​ໂດຍ​ສະ​ເພາະ​ເສດ​ຖະ​ກິດ​ຂອງ​ຈີນທີ່​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ໃນ 6 ເດືອນ​ຕົ້ນ​ປີ​ນີ້, ​ແລະ​ມູນ​ຄ່າການ​ຄ້າ​ໂລກ​ກໍ​ໄດ້​ເພີ່ມ​ຂຶ້ນ 4,2% ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​​ຂອງປີ​ຜ່ານ​ມາ. ໃນ​ນັ້ນ, ການ​ນຳ​ເຂົ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ໄດ້​ເພີ່ມ​ຂຶ້ນ 2,1%, ​ຂະ​ນະ​ທີ່ການ​ສົ່ງ​ອອກ​​ກໍ​ໄດ້​ເພີ່ມ​ຂຶ້ນ 3,1%, ສ່ວນ​ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ​ໄດ້​ເພີ່ມ​ຂຶ້ນ 6,9%, ແລະ​ການ​ສົ່ງ​ອອກ​ກໍ​ໄດ້​ເພີ່ມ​ຂຶ້ນ 5,9% ເຊັ່ນ​ດຽວ​ກັນ.

ທ່ານ​ໂຣ​ເປີດ ອັ​ສວິ​ໂຕ ຜູ້​ວ່າ​ການ​ WTO ກ່າວ​ວ່າ, ເຖິງວ່າ​ພາບ​ລວມ​ໃນ​ອະ​ນາ​ຄົດ​ຂອງ​ເສດ​ຖະ​ກິດ​ໂລກ​ໄດ້​ປັບ​ປຸງ​ດີ​ຂຶ້ນ, ແຕ່​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ຂອງເສດ​ຖະ​ກິດ​ໂລກ​ຜະ​ເຊີນ​ໜ້າ​ນັ້ນ​ຍັງ​ຄົງ​ຕົວ​​ແລະ​ອາດ​ຈະ​ທຳ​ລາຍ​ການ​ຟື້ນ​ຕົວ​ຄືນ​ໃໝ່​ຂອງ​ເສດ​ຖະ​ກິດ​ຢ່າງ​ງ່າຍດາຍ. ຂະ​ນະ​ດຽວ​ກັນ WTO ຄາດ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ນະ​ໂຍ​ບາຍ​ເງິນ​ຕາ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ, ຄວາມ​ໄ​ໃນ​ການວ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ​ໜ້າຈະ​ຢູ່​ໃນ​ລະ​ດັບປະ​ມາ​ນ 3,2%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ