ລັດຖະບານ​ຈີນ​ຊ່ວຍລັດ​ຍະ​ໄຂ່​ເພື່ອ​ມະນຸດສະທຳ​
2017-09-22 16:05:44  cri 

ວັນ​ທີ 21 ກັນຍາ​ນີ້, ສະຖານທູດ​ຈີນ​ປະຈຳ​ມຽນມາ​​ໄດ້​ຊ່ວຍ​ສະພາກາ​ແດງ​ປະ​ເທດ​ດັ່ງກ່າວ​ເພື່ອ​ມະນຸດ​ສະ​ທຳຢູ່​ນະຄອນຢາງ​ກຸ້ງ​ໂດຍ​ມຸ່ງ​ເປົ້າ​ໄປ​ສູ່ປະຊາຊົນ​ທີ່​​ເດືອດຮ້ອນ​ຈາກການ​ໂຈມ​ຕີ​ຂອງ​ກຸ່ມກຳລັງ​ຮຸ​ນ​​ແຮງຢູ່​ລັດ​ຍະ​ໄຂ່. ທັງ​ນີ້​ນັບ​ແຕ່​ຖືກ​​ໂຈມ​ຕີ​​ເປັນ​ຕົ້ນ​ມາ, ລັດຖະບານ​ ​ແລະ​ວິ​ສາ​ຫະກິດ​ຈີນ​ໄດ້​​ຊ່ວຍ​ເຫຼືອ​ແລ້ວຫຼາຍ​ເທື່ອ ​ເຊັ່ນວັນ​ທີ 19 ກັນຍາ​ນີ້, ລັດຖະບານ​ຈີນ​ໄດ້​​ຊ່ວຍ​​ກະ​ຊວງ​ສະຫວັດດີ​ການ​ສັງຄົມມຽນມາ ​ເພື່ອນຳ​ໄປຊ່ວຍ​ເຫຼື​ອ​ລັດ​ຍະ​ໄຂ່.

​ລັດຖະບານ​ມຽນມາ​ເປີດ​ເຜີຍວ່າ: ຫຼັງ​ເກີດ​ເຫ​ດ​ໂຈມ​ຕີແຕ່​ວັນ​ທີ 25 ສິງຫາ​ຜ່ານ​ມາ, ພາກ​ເໜືອ​ລົດ​ຍະ​ໄຂ່​ຖືກ​ໂຈມ​ຕີ 97 ​ເທື່ອ ​ເຮັດ​ໃຫ້​​ເຈົ້າ​ໜ້າ​ທີ່​ທະຫານ, ​ເຈົ້າ​ໜ້າ​ທີ່​ລັດ ​ແລະ​ປະຊາຊົນຫຼາຍ​ກວ່າ 30 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ໝື່ນ​ຄົນ​ບໍ່​ມີ​ບ່ອນຢູ່​ອາ​​ໄສ ​ແລະ​ມາ​ຮອດວັນ​ທີ 12 ກັນຍາ​ນີ້, ລັດຖະບານ​ມຽນມາ​ກໍ​ໄດ້ກ່າວ​ວ່າ: ສະຖານະ​ການ​ໄດ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິແລ້ວ ຈຶ່ງຮຽກຮ້ອງ​ປະຊາຊົນ​ກັບຄືນ​ບ້ານ​ໃພລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ