ທ່ານ​ລິວ​ຢູນຊ່ານ​ຢ້ຽມຢາມ​ກຳ​ປູ​ເຈ​ຍຢ່າງ​ເປັນ​ທາງ​ການ
2017-09-22 16:45:29  cri 

​​ໂດ​ຍຕອບ​ສະໜອງ​ຕາ​ມຄຳ​ເຊີນ​ຂອງ​ພັກ​ປະຊາຊົນ​ກຳ​ປູ​ເຈຍ, ທ່ານ​ລິວ​ຢູນຊ່ານ ກຳມະການ​ປະຈຳກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລ​ຂາ​ທິການ​ສູນກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເດີນທາງ​ຢ້ຽມຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 21 ກັນຍາ​ນີ້ ​ແລະ​ໃນ​ໂອກາດ​ດັ່ງກ່າວ​ກໍໄດ້​ພົບ​ປະ​ກັບ​ທ່ານ​ຮຸນ​ເຊັນ ປະ​ທານ​ພັກ​ປະຊາຊົນກຳປູ​ເຈຍ, ນາຍົກລັດຖະມົນ​ຕີ​ກຳ​ປູ​ເຈຍ ​ແລະ ທ່ານ​ໄຊ​ຊຸມ ຮອງ​ປະທານ​ພັກ​ປະຊາຊົນກຳປູ​ເຈຍ,​ ປະ​ທານ​ວຸດ​ທິສະພາກຳປູ​ເຈຍຢູ່​ນະຄອນຫຼວງ​ພະນົມ​ເປັນ.

​ໃນ​ໄລຍະ​ຢ້ຽມຢາມກຳ​ປູ​ເຈຍ, ທ່ານ​ລິວ​ຢູຊ່ານ​ໄດ້​​ເດີນທາງ​ຢ້ຽມຢາມ​ແຂວງ​ສິຫະນຸກ ​ແລະ​ເຂົ້າ​ຮ່ວມ​ພິທີ​ເປີດ​​ໂຮງຮຽນ "​ເພື່ອນ​ມິດ​ເສັ້ນທາງສາຍ​ໄໝ" 5 ​ແຫ່ງ ທີ່​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຂອງ​ກອງ​ທຶນ​​ພັດທະນາ​ສັນຕິພາບ​ຈີນ ​ເພື່ອ​​ເພີ່ມ​ທະວີໄມຕີ​ຈິດ​ມິດຕະພາບ​ທີ່​ດີ​ລະຫວ່າງ​ຈີນ-ກຳປູ​​ເຈຍ. ​ລວມທັງ​ໄດ້​ຢ້ຽມຢາມເຂດ​ເສດຖະກິດ​ພິ​ເສດທ່າ​ກຳ​ປັ່ນ​ສິຫະນຸກທີ່​​ເປັນ​ການ​ລົງທຶນ​ຮ່ວມ​ລະຫວ່າງວິ​ສາ​ຫະກິດ​ຈີນ-ກຳປູ​ເຈຍ.

ນອກ​ນີ້, ທ່ານ​ລິວ​ຢູຊ່ານ ​ແລະ​ທ່ານ​ຮຸນ​​ເ​ຊັນ​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ລົງ​ນາ​ມການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຫຼາຍ​ສະບັບ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ