ຈີນ​ແລະ​ສ​ປ​ຊ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-09-23 15:58:25  cri 

ວັນ​ທີ 22 ກັນ​ຍາ​ນີ້, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ແອນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ຈີນ​ແລະ​ພະ​ແນກວຽກ​ງານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ.

ບົດ​ບັ​ນ​ທຶກ​ສະ​ບັບ​ນີ້​ໄດ້​ກວມ​ເຖິງຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ ການ​ຮ່ວມ​ມື​ທີ່​ແທ້​ຈິງ, ການ​ກໍ່​ສ້າງ​ຄວາມ​ສາ​ມາດ,ການ​ແບ່ງ​ປັນ​ບົດ​ຮຽນ,ການ​ວິ​ເຄາະ​ນະ​ໂຍ​ບາຍ​ແລະ​ອື່ນໆ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ສົ່ງ​ເສີມ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊ່ວຍ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ຢູ່​ລຽບ​ຕາມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ, ຊຸກ​ຍູ້​ການ​ກໍ່​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ແລະ​ຜັນ​ຂະ​ຫຍາຍ​ວາ​ລະ​2030​ກ່ຽວ​ກັບການ​ພັດ​ທະ​ນາ​ແບບ​ຍືນ​ຍືນ.

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ໃນ​ປີ 2013 ເຊິ່ງ​ໄດ້​ຮັບ​ການ​ສະ​ໜັ​ບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ໂລກ​ຢ່າງກວ້າງ​ຂວາງ. ເດືອນ​ພຶດ​ສະ​ພາ​ປີ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ການ​ຮ່ວມ​ມື​ສາ​ກົນ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໂດຍ​ໄດ້​ຮັບ​ຜົນ​ງານ​ຢ່າງຫຼວງຫຼາຍ. ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ກັບ 74 ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ