ທີມແພ​ດ​​ຈີນ​ຊ່ວຍ​ເຫຼືອ​ປາ​ກີ​ສະ​ຖານ​ທີມທຳ​ອິດ​ເຂົ້າ​ປະ​ຈຳ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ທ່າກຳ​ປັ່ນກວາ​ດາ​ປາ​ກີ​ສະ​ຖານ
2017-09-23 16:57:18  cri 
​ທີມ​ແພດ​ຈີນ​ຊ່ວຍ​ເຫຼືອ​ປາ​ກີ​ສະ​ຖານທີມ​ທຳ​ອິດ​ໄດ້​ເດີນ​ທາງ​ເຖິງ​ທ່າ​ກຳ​ປັ່ນ​ກວາ​ດາ​ປະ​ເທດ​ດັ່ງ​ກ່າວ​ໃນ​ວັນ​ທີ 22 ກັນ​ຍາ​ນີ້​ໂດຍ​ພະ​ນັກ​ງານ​ແພດ-ໝໍ 10 ກວ່າ​ທ່ານ​ຈະປະ​ຕິ​ບັດ​ໜ້າ​ທີ່​ບໍ​ລິ​ການ​ປິ່ນ​ປົວ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ເປັນ​ເວ​ລາ 2 ປີ.

ທີມ​ແພດ​ດັ່ງ​ກ່າວ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຮ່ວມ​ຈາກ​ຄະ​ນະ​ກຳ​ມ​ະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ແຜນ​ການ​ຄອບ​ຄົວ​ແຫ່ງ​ຊາດ​ຈີນ​ແລະ​ສະ​ພາ​ກາ​ແດງ​ຈີນ ເຊິ່ງ​ປະ​ກອບ​ດ້ວຍ​ພະ​ນັກ​ງານ​ແພດ-ໝໍ​ແລະ​ພະ​ນັກ​ງານ​ສະ​ພາ​ກາ​ແດງ​ຈີນ 12 ຄົນ. ໃນ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່ວຽກ​ງານ​ຢູ່​ປາ​ກິ​ສະ​ຖານ,​​ທີມ​ແພດ​ດັ່ງ​ກ່າວ​ຈະ​ເຂົ້າ​ປະ​ຈຳ​ການ​ຢູ່​ສູນ​ປິ່ນ​ປົວ​ສຸກ​ເສີນ​ເອື້ອ​ອາ​ທອນ​ຈີນ​ປາ​ກີ​ສະ​ຖານ​ທີ່​ຕັ້ງ​ຢູ່​ທ່າ​ກຳ​ປັ່ນ​ກວາ​ດາ​ເພື່ອບໍ​ລິ​ການ​ປິ່ນ​ປົວ​​ປະ​ຊ​າ​ຊົນ​ທ້ອງ​ຖິ່ນ ທັງ​ຝຶກ​ອົບ​ຮົມ​ແລະ​ຍົກ​ລະ​ດັບ​ພະ​ນັກ​ງານ​ແພດ​ໝໍ​ປາ​ກີ​ສະ​ຖານ​ອີກ​ດ້ວຍ.

ວັນ​ທີ 7 ພຶດ​ສະ​ພາ​ຜ່ານ​ມາ, ສູນ​ປິ່ນ​ປົວ​ສຸກ​ເສີນ​ເອື້ອ​ອາ​ທອນ​ຈີນ​ປາ​ກີ​ສະ​ຖານ​ທີ່​ກໍ່​ສ້າງ​​ຂຶ້ນໂດຍ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຈາກ​ສະ​ພາ​ກາ​ແດງ​ຈີນ​ນັ້ນ​ໄດ້​ເປີດ​ບໍ​ລິ​ການ​ຢູ່​ທ່າ​ກຳ​ປັ່ນ​ກວາ​ດາ ທັງ​ເປັນ​ຫົວ​ໜ່ວຍ​ປີ່ນ​ປົວ​ສຸກ​ເສີນ​ແຫ່ງ​ທຳ​ອິດ​ຕາມ​ແລວ​ທາງ​ປີ່ນ​ປົວ​ສຸກ​ເສີນ​ຈີນ-ປາ​ກີ​ສະ​ຖານ. ເພື່ອ​ຮັບ​ໃຊ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສະ​ພາ​ກາ​ແດງ​ຈີນ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ເອື້ອ​ອາ​ທອນ​ເສັ້ນ​ທາງ​ສາຍ​ໄໝ​ໂດຍ​ສ​ະ​ເພາະ​ໃນ​ເດືອນ​ກຸມ​ພາ​ປີ​ນີ້​ທັງ​ປະ​ກອບ​ທຶນ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ບັດ​ໂຄງ​ການ​ບໍ​ລິ​ການ​ປະ​ຊາ​ຊົນ​ປາ​ກີ​ສະ​ຖານ​ເປັນ​ຕົ້ນ ແລວ​ທາງ​ປິ່ນ​ປົວ​ສຸກ​ເສີນ​ຈີນ-ປາ​ກີ​ສະ​ຖານ,ໂຄງ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ