ຊາວ​ໄຕ້​ຫວັນ​ທີ່​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິ​ນ​ໄຫວ​ຢູ່​ແມັກ​ຊິກ​ໄດ້​ເພີ່ມ​ຂຶ້ນ​ເປັນ 5 ຄົນ
2017-09-23 17:03:20  cri 
ເວັ​ບ​ໄຊ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ແມັກ​ຊິກ​ເປີດ​ເຜີຍ​ໃນ​ວັນ​ທີ 22 ກັນ​ຍາ​ນີ້​ວ່າ: ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ່​ແມັກ​ຊິກ​ໄດ້​ເຮັດ​ໃຫ້​ຊາວ​ໄຕ້​ຫວັນ ເຊິ່ງ​ເປັນ​ພີ່​ນ້ອງ​ຮ່ວມ​ຊາດ​ປະ​ເທດ​ຕົນເສຍ​ຊີ​ວິດ 5 ຄົນ.

ຂ່າວ​ແຈ້ງວ່າ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ແມັກ​ຊິກ​ພ້ອມ​ດ້ວຍ​ຄອບ​ຄົວ​ຊາວ​ໄຕ້​ຫວັນ​ຢືນ​ຢັນ​ວ່າ ຊາວໄຕ້​ຫວັນ 5 ຄົນ​ທີ່​ຖືກ​ຕິດ​ຄ້າງ​ໃຕ້​ກອງ​ຊາກ​ສະຫຼັກ​ຫັກ​ພັງ​ນັ້ນ​ໄດ້​ເສຍ​ຊີ​ວິດ​ແລ້ວ, ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ແລະ​ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳ​ແມັກ​ຊິກ​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ພີ່​ນ້ອງ​ຮ່ວມ​ຊາດ​ທີ່​ປະ​ສົບ​ເຄາະ​ຮ້າຍ​ທັງ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບ​ຄົວ​ເຂົາ​ເຈົ້າ.

ຕອນ​ບ່າຍ​ວັນ​ທີ 19 ກັນ​ຍາ​ນີ້, ແມັກ​ຊິກ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຂະ​ໜາດ 7,1 ຣິກ​ເຕີ. ​ເຈົ້າ​ໜ້າ​ທີ່​ອົງ​ການ​ປ້ອງ​ກັນ​ອາ​ກາດ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ຂຶ້ນ​ກັບ​ກະ​ຊວງ​ພາຍ​ໃນ​ແມັກ​ຊິກ​ຢືນ​ຢັນ​ໃນ​ວັນ​ທີ 22 ກັນ​ຍາ​ນີ້​ວ່າ ແຜ່ນ​ດິນ​ໄຫວ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສ​ຍ​ຊີ​ວິດ​ແລ້ວ 295 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ