ທ່ານ​ວາງ​ອີ້​ເຂົ້າ​ຮ່ວມ​ການ​ພົບ​ປະລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງປະ​ເທດບ​ຣິກ​ສ໌
2017-09-23 17:13:21  cri 

ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​ວາງ​ອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດບ​ຣິກ​​ສ໌ໃນ​​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ຢູ່​ນິວຢອກ. ​ຂະ​ນະ​ທີ່ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ, ເບຼ​ຊິນ, ອິນ​ເດຍ​ແລະ​ອາ​ຟ​ລິ​ກາ​ໃຕ້​​ກໍ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນີ້​ເຊັ່ນ​ດຽວ​ກັນ.

ທ່ານ​ວາງ​ອີ້​ກ່າວວ່າ, ກອງ​ປະ​ຊຸມ​ພົບ​ປະ​ເຊ້ຍ​ເມີນ​ຂອງ​ຜູ້​ນຳ​ປະ​ເທດ​ບ​ຣິກ​​ສ໌ທີ່​​ໄດ້ອັດ​ລົງ​ເມື່ອ​ບໍ່​ດົນ​ນີ້​ໄດ້​ຮັບຜົນ​ສຳ​ເລັດ​ອັນຈົບ​ງາມ, ​ໂດຍຜູ້​ນຳ 5 ປະ​ເທດ​ໄດ້​ສັງ​ເກດ​ຈາກ​ລະ​ດັບ​ສູງ​ຂອງ​ຍຸດ​ທະ​ສາດ​ແລະ​ພາກ​ສ່ວນ​ທັງ​ໝົດ, ຕົກ​ລົງ​ສ້າງ​ການ​ພົວ​ພັນ​ຄູ່​​ຮ່ວມຍຸດ​ທະ​ສາດບ​ຣິກ​ອັນ​ສະ​ໜິດ​ແໜ້ນກວ່າ​ເກົ່າ, ກວ້າງ​ຂວາງກວ່າ​ເກົ່າ​ແລະ​ຮອບ​ດ້ານກວ່າ​ເກົ່າ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ 3 ດ້ານ​ທີ່​ເປັນ​ເສົາ​ຄ້ຳ​ຄື​ເສດ​ຖະ​ກິດ, ການ​ເມືອງແລະ​​ວັດ​ທະ​ທຳ, ຊຸກ​ຍູ້​ຮູບ​ແບບ​​ການຮ່ວມ​ມື " ບ​ຣິກ+" , ເລີ່ມ "10 ປີສີ​​ຄຳ "​ ​ຮອບທີ 2 ຂອງການ​ຮ່ວມ​ມືບ​ຣິກ​ສ໌.

ທ່ານ​ວາງ​ອີ້​ຊີ້ວ່າ, ປັດ​ຈຸ​ບັນ, ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຜົນການ​ພົບ​ປະ​ເຊ້ຍ​ເມີນ​ແລະປ່ຽນ​ຄວາມ​ຮັບ​ຮູ້​​ທີ່​ເປັນ​ເອ​ກະ​ພາບກັນ​ທາງ​ການ​ເມືອງ​ຂອງ​ບັນ​ດາ​ຜູ້​ນຳ​ເປັນ​ການ​​ປະ​ຕິ​ບັດ​ງານ​ທີ່ແທ້​ຈິງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ປະ​ເທດ​ບ​ຣິກ​ສ໌​ໄດ້​ຊົມ​ເຊີຍການ​ພົບ​ປະ​ເຊ້ຍ​ເມີນ​​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຫຼວງ​ຫຼາຍ​ແລະຊົມ​ເຊີຍ​ຈີນພະ​ຍາ​ຍາມ​ເຮັດ​ດ​ວຽກ​ໃນ​ໄລ​ຍະ​ເປັນ​ປະ​ເທດ​ປະ​ທານໝູນ​ວຽນ. ​ຂະ​ນະ​ດຽວ​ກັນ, ບັນ​ດາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກໍ​ເນັ້ນ​ວ່າ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​​ໃນບັນ​ດາ​ຂົງ​ເຂດ​ຕື່ມ​ອີກ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັບ​ຕະຫຼາດ​ທີ່​ຈະ​ເລີນ​ໃໝ່​ແລະ​​ປະ​ເທດທີ່​ພວມ​ພັດ​ທະ​ນາ​ອື່ນໆ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ໃຫ້​ໄດ້​ຫຼາຍກວ່າ​ເກົ່າ.  ພ້ອມ​ກັນ​ນັ້ນ, ບັນ​ດາລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ​ກໍ​ຫວັງ​​ວ່າການ​​ພົບ​ປະ​ຢູ່​ອາ​ຟ​ລິ​ກາ​ໃຕ້​ໃນ​ປີ​ໜ້າ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ