ຜູ້​ນຳ​ອາ​ເມ​ລິ​ກາ​ແລະ​ສ.ເກົາ​ຫຼີ​ກ່າວ​ລື້ມ​ການ​ໃຊ້​ຮູບ​ແບບ​ສັນ​ຕິ​​ຊຸກ​ຍູ້​ສ​ປ​ປ​ເກົາຫຼີປະ​ລະ​ນິວ​ເຄຼຍ​
2017-09-23 17:14:38  cri 

ວັນ​ທີ 22 ກັນ​ຍາ​ນີ້, ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ໄດ້​​ຖະ​ແຫຼງບົດ​ບັນ​ທຶກ​ຂໍ້​ຄວາມ​ສຳ​ຄັນ​ຂອງ​ການ​ພົບ​ປະ​ລະ​ຫວ່າງທ່ານ​ໂດ​ນັນ ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາມ​ເລິ​ກາ​ແລະທ່ານມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ​ຢູ່​ນິວຢອກ​ໃນ​ວັນ​ທີ 21 ກັນ​ຍາ​ນີ້​ໂດຍ​ລະ​ບຸ​ວ່າ, ສອງ​ຝ່າຍ​ໄດ້​ກ່າວ​ລື້ມ​ເປົ້າ​ໝາຍຂອງ​ສອງ​ປະ​ເທດ​ທີ່​​ໃຊ້​ຮູບ​ແບບ​ສັນ​ຕິ​ວິ​ທີ​ເພື່ອຊຸກ​ຍູ້​​ໃຫ້ສ​ປ​ປ​ເກົາ​ຫຼີ​​ປະ​ລະອາ​ວຸດ​ນິວ​ເຄຼຍ.

ບົດ​ບັນ​ທຶກ​ດັ່ງ​ກ່າວ​ລະ​ບຸ​ວ່າ, ທ່ານ​ທ​ຣຳ​ແລະ​ທ່ານ​ມູນ​ເຈ​ອິນ " ກ່າວ​ລື້ມ​ວ່າ​ເປົ້າ​ໝາຍ​ຮ່ວມຂອງ​ສອງ​ປະ​ເທດ​ແມ່ນ​ການ​ໃຊ້​ຮູບ​ແບບ​ສັນ​ຕິ​ວິ​ທີ​ຊຸກ​ຍູ້​​ໃຫ້ສປປເກົາ​ຫຼີ​ປະ​ລະ​ນິວ​ເຄຼຍ​ຢ່າງ​ຮອບ​ດ້ານ, ຕິດ​ຕາມກວດ​ກາ​ໄດ້​ແລະ​ຕ່າວ​ປີ້ນ​ຄືນ​ບໍ່​ໄດ້​". ສອງ​ຝ່າຍ​ເຫັນ​ວ່າ, ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ສ​ປ​ປ​ເກົາ​ຫຼີ​ສືບ​ຕໍ່​ນຳ​ໃຊ້​ການ​ກະ​ທຳ​ເປັນ​ການ​ຂົ່ມ​ຂູ່​ແລະ​ຊຸກ​ຍູ້​​ໃຫ້ສ​ປ​ປ​ເກົາ​ຫຼີ​​ປະ​ລະນິວ​ເຄຼຍ, " ​ການ​ທີ່​ໃຊ້​ຄວາມ​ກົດ​ດັນ​ແລະ​ຂວ້ຳ​ບາດສ​ປ​ປ​ເກົາຫຼີໃນ​ລະ​ດັບ​​ສູງສຸດ " ແມ່ນ​ວີ​ທີ​​ທີ່​ມີ​ຄວາມຈຳ​ເປັນ.

ວັນ​ທີ 22 ກັນ​ຍາ​ນີ້, ​ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ວ່າ, ປັດ​ຈຸ​ບັນ, ສ​ະ​​ຖາ​ນະການ​​ຢູ່ແຫຼມ​ເກົາ​ຫຼີ​ແມ່ນ​ສັ​ບ​ສົນ​ແລະ​ຂ້ຽວ​ຂາດ​ທີ່​ສຸດ. ບັນ​ດາ​ຝ່າຍ​ກ່ຽ​ວ​ຂ້ອງ​ຄວນ​ຮັກ​ສາ​ກາ​ນ​ອົດ​ກັ້ນ​ແລະ​ພະ​ຍາ​ຍາມ​ເຮັດ​ໃຫ້​ສະ​ຖາ​ນະ​ການຜ່ອນ​ຄາຍ​ລົງ.

ວັນ​ທີ 3 ກັນ​ຍາ​ນີ້, ສ​ປ​ປ​ເກົາ​ຫຼີ​ບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​ໂດຍ​ທົ່ວ​ໄປ​ຂອງ​ປະ​ຊາ​ຄົມ​ໂລກ​ແລະດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ເທື່ອ​ທີ 6 . ​ຈາກ​ນັ້ນ, ວັນ​ທີ 11 , ເດືອນ​ດຽວ​ກັນ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້ເປັນ​ເອ​ກະ​ສັນ​ກັນ​ຜ່ານ​ມະ​ຕິ​ເລກ​ທີ 2375 ​ໂດຍຕົກ​ລົງ​ຂວ້ຳ​ບາດສ​ປ​ປ​ເກົາ​ຫຼີ​ອີກ​ຄັ້ງໃໝ່, ຂະ​ນະ​ດຽວ​ກັນ, ມະ​ຕິ​​ດັ່ງ​ຂ່າວກໍ່​ກ່າວ​ລື້ມ​​ການຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​​ຢູ່​ແຫຼມ​ເກົາ​ຫຼີ​ແລະ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ເໜືອ, ​ທັງຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ຫາ​​ໂດ​ຍ​ສັນ​ຕິ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງ​ປະ​ເທດ​ແລະ​ການ​ເມືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ