ລັດຖະມົນຕີ​ຕ່າງປະ​ເທດ ສປປ ​ເກົາຫຼີ ກ່າວວ່າ ການ​ທີ່​ສະ​ແຫວ​ງຫາ​ການ​ມີອາວຸດ​ນິວ​ເຄລຍ​ໃນ​ຄອບ​ຄອງ​ໄດ້​ກາຍ​ເປັນ​ພົມລິຂິດ​​ແຫ່ງ​ຊາດ
2017-09-24 17:10:54  cri 

ທ່ານ​ລີ​ຢົງ​ໂຮ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ອະພິປາຍ​ທົ່ວ​​ໄປ​ຂອງ​ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 72 ​ໃນ​ຕອນ​ບ່າຍ​ວັນ​ທີ 23 ກັນຍາ​ນີ້ ​ໂດຍ​ຕຳ​ໜິທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ໄດ້​ຢຽບ​ຫຍາມກຽດ​ສັກ​ສີ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງ​ປະ​ເທດ​ຕົນ.

ທ່ານ​ລີ​ຢົງ​ໂຮ ຍັງ​ສະ​ແດງ​ຄວາມ​ຄັດ​ຄ້ານ​ຕໍ່ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ກ່ຽວ​ພັນ​ເຖິງ ສປປ ​ເກົາຫຼີຫຼາຍສະບັບ ​ແລະ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ອັນ​ເດັດດ່ຽວ​ຂອງ ສປປ ​ເກົາຫຼີທີ່​ສະ​ແຫວ​ງຫາ​ຖານະ​ເປັນ​ປະ​ເທດ​ມີ​ອາວຸດ​ນິວ​ເຄລຍ​ໃນ​ຄອບ​ຄອງ.

ທ່ານ​ລີ​ຢົງ​ໂຮ ກ່າວ​ຕື່ມ​ວ່າ: ນະ​ໂຍບາຍທີ່​ເປັນປໍ​ລະ​ປັກ ​ແລະ ​ໄພ​ຂົ່ມຂູ່​ທາງ​ນິວເຄລຍຈາກ​ອາ​ເມ​ລິ​ກາ ​ແມ່ນ​ສາ​ເຫດ​ພື້ນຖານ​ຂອງການ​ພັດທະນາ​ອາວຸດ​ນິວ​ເຄລຍຂອງ ສປປ ​ເກົາຫຼີ ​ແລະ ການ​ທີ່​ສະ​ແຫວ​ງຫາ​ການ​ມີອາວຸດ​ນິວ​ເຄລຍ​ໃນ​ຄອບ​ຄອງ​ໄດ້​ກາຍ​ເປັນ​ພົມລິຂິດ​​ຂອງ​ປະ​ເທດ​ຕົນລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ