ວິທະຍາ​ໄລ​ສົງ​ໜານ​ໄຫ​ ​ເລີ່​ມເປີດ​ພາກຮຽນ​ຢ່າງ​ເປັນ​ທາງ​ການ
2017-09-24 17:13:50  cri 

ຫຼັງ​ໄດ້​ກະກຽມ​ຢ່າງ​ຕັ້ງໜ້າ​ມາ​ເປັນ​ເວລາ 3 ປີ, ວິທະຍາ​ໄລ​ສົງ​ໜານ​ໄ​ຫ ​​ໄດ້​ເລີ່​ມ​ເປີດ​ພາກຮຽນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ກັນຍາ​ນີ້. ຂະນະ​ທີ່​ພະມະຫາ​ອາຈານ​ຢິ້ນຊຸ້ນ ຮອງ​ປະທານ​ສະມາຄົມ​ຊາວພຸດ​ຈີນ, ອະທິການ​ບໍດີ​ວິທະຍາ​ໄລ​ສົງ​ໜານ​ໄຫຊຸດ​ທຳ​ອິດ​ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຫວ່າງ​ມໍ່ໆ​ນີ້ ​ໂດຍ​ກ່າວ​ວ່າ: ຕ້ອງ​ໃຫ້​ວິທະຍາ​ໄລ​ສົງ​ໜານ​ໄຫ ກາຍ​ເປັນ "​ຂົວ​ຕໍ່​ຈິດ​ໃຈ​ປະຊາຊົນ" ທີ່​ເຊື່ອມ​ຕໍ່​ວັດທະນະທຳ​ພຸດ​ທະ​ສາສະໜາ​ອາຊີ​ຕາ​ເວັນ​ອອກ​ກໍ​ຄື​ໂລກ ​ແລະ ​ເປັນ​ສະຖານ​ທີ່​ເຜີຍ​ແຜ່​ຄວາມ​ເມດ​ຕາປານີ ​ແລະ ຄວາມ​ຮັກ​ແພງ​​ໄປ​ສູ່​ທົ່ວ​ໂລກ.

ການ​ທີ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​​ຮ່ວມ​ມືລະຫວ່າງ​ສາສະໜາ​ພຸດ​ແຂວງ​ໄຫຫຼຳ ​ແລະ ປະ​ເທດ​ຕ່າງໆ​ໃນ​ໂລກ ​ແມ່ນ​ສິ່ງ​ທີ່​ສົນ​ໃຈ​ມາ​ໂດຍ​ຕະຫຼອດຂອງ​ພະ​ມະຫາ​ອາຈານ​ຢິ້ນຊຸ້ນ. ​ໃນ​ຊຸມ​ປີຜ່ານມາ, ພະ​ມະຫາ​ອາຈານ​ຢິ້ນຊຸ້ນ ​ໄດ້​ເດີນທາງ​ໄປ​ໄທ, ກຳປູ​ເຈຍ, ​ເນ​ປານ, ສີ​ລັງກາດ ມົງ​ໂກ​ລີ ​ແລະ​ອື່ນໆ ​ເພື່ອ​ເຜີຍ​ແຜ່​ວັດທະນະທຳ​ສາສະໜາພຸດ​ຂອງ​ຈີນ.

ວິທະຍາ​ໄລ​ສົງ​ໜານ​ໄຫ ​ແມ່ນ​ອົງການ​ກິດຈະການ​ສາສະໜາ​ແຫ່ງ​ຊາດ​ຈີນ​ອະນຸມັດ​​ໃຫ້ສ້າງຕັ້ງຂຶ້ນ, ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ຄະນະ​ກຳມະການ​ສາສະໜາ​ຊົນ​ເຜົ່າ​ແຂວງ​ໄຫຫຼຳ ​ແລະ ສະມາຄົມ​ຊາວ​ພຸດ​ແຂວງ​ໄຫຫຼຳ​ເປັນ​ຜູ້​ສ້າງຕັ້ງຂຶ້ນ ​ໂດຍ​ມີຫຼັກສູດ​ການ​ສອນ​ 4 ປີ, ຂະນະ​ທີ່​ປີ​ທຳ​ອິດ​ໄດ້​ຮັບ​ເອົາ​ນັກ​ສຶກສາສົງ 227 ຄົນ ​ແລະ​ຕັ້ງ​ໃຫ້​ມີຫຼາຍວິຊາ ​ເປັນຕົ້ນ ພຸດທະ​ສາສະໜາ​ຈີນ, ການ​ຄຸ້ມ​ຄອງ​ວັດວາອາ​ຮາມ, ວຽກ​ງານ​ທາງ​ສັງຄົມ​ແລະການ​ຄຸ້ມ​ຄອງການ​ກຸສົນ, ວິຈິດ​ສິນ​​ສາສະໜາ​ພຸດ, ດົນຕີ​ສາສະໜາ​ພຸດ, ການ​ອະນຸລັກ​ແລະການ​ອອກ​ແບບ​ສິ່ງ​ກໍ່ສ້າງ​ສາສະໜາ​ພຸດ, ຊາ​ສາສະໜາ​ພຸດ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ