ອົງ​ການ​ປົກ​ຄອງເຄິດຄວດ​ສະ​ຖານ​ຂອງອີ​ຣັກ​ກ່າວ​ຢ້ຳ​ຈະ​ລົງ​ປະຊາ​ມະຕິເພື່ອແຍກຕົວເປັນ​ເອ​ກະ​ລາດ​
2017-09-24 14:33:02  cri 

ວັນ​ທີ 23 ກັນ​ຍາ​ນີ້, ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງເຄິດ​ສະ​ຖານຂອງອີ​ຣັກໄດ້​ປະ​ຕິ​ເສດ​ການ​ລາຍ​ງາ​ນຂາວ​ກ່ຽວ​ກັບ​ການ​ເລື່ອນເວລາລົງ​ປະ​ຊາ​ມະ​ຕິ​ເພື່ອ​ແຍກຕົວເປັນເອ​ກະ​ລາດ​ ແລະ ກ່າ​ວ​ຢ້ຳ​ວ່າ​ຈະ​ຈັດ​ຂຶ້ນໃນ​ວັນ​ທີ 25 ກັນ​ຍາ​ຕາມ​ກຳນົດ.

ເດືອນ​ມິ​ຖຸ​ນາ​ປີ​ນີ້, ເຂດເຄິດ​ສະ​ຖານ​ຂອງ​ອີ​ຣັກ​ປະ​ກາດ​ວ່າ​ຈະ​ຈັດ​ການ​ເອົາ​ປະ​ຊາ​ມະ​ຕິເພື່ອແຍກຕົວ​ເປັນ​ເອ​ກະ​ລາດ, ການ​ກະ​ທຳ​ດັ່ງກ່າວກໍຖືກລັດ​ຖະ​ບານ​ອີ​ຣັກ ແລະ​ປະ​ເທດ​ໃກ້​ຄຽງ ເຊັ່ນ​, ຕວກ​ກີ ແລະ ອີ​ຣານຄັດຄ້ານຢ່າງຮຸນແຮງ​ໃນ​ທັນ​ທີ. ວັນ​ທີ 15 ກັນ​ຍາ​ນີ້, ສະ​ພາ​ເຂດ​ເຄິດ​ສະ​ຖານໄດ້​ປ່ອນ​ບັດ​ຢ່າງ​ເປັນ​ທາງ​ການໂດຍອະ​ນຸ​ຍາດ​ໃຫ້ຈັດ​ການ​ເອົາ​ປະ​ຊາ​ມະ​ຕິ​ຕໍ່​ບັນ​ຫາການແຍກຕົວ​ເປັນ​ເອ​ກະ​ລາດ. ຂະນະທີ່ວັນ​ທີ 18 ເດືອນດຽວກັນ, ສານ​ສູນ​ສຸດ​ສະ​ຫະ​ພາບ​ອີ​ຣັກໄດ້ທຳການຕັດ​ສິນໂດຍທວງ​ໃຫ້​ເຂດເຄິດ​ສະ​ຖານ​ປະລະດຳເນີນ​ການ​ເອົາ​ປະ​ຊາ​ມະ​ຕິດັ່ງກ່າວ.

ໃນ​ໄລຍະດົນ​ນານ​ມາ​ນີ້, ການພົວພັນລະຫວ່າງອົງການປົກຄອງເຂດເຄິດສະຖານ ກັບ ລັດຖະບານອີຣັັກເຄັ່ງຕຶງມາໂດຍຕະຫຼອດ, ສອງຝ່າຍມີຂໍ້ຂັດແຍ້ງກ່ຽວກັບດິນແດນຫຼາຍແຂວງ ໂດຍສະເພາະແຂວງເກຍກຸກ ເຊິ່ງເປັນບ່ອນທີ່ມີນ້ຳມັນເຊື້ອໄຟທີ່ອຸດົມສົມບູນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ