ການແຂ່ງ​ຂັນເລືອກຕັ້ງ​ທົ່ວ​ໄປ​ຂອງເຢັຍລະມັນ​ເຂົ້າສູ່ໄລຍະສຸດ​ທ້າຍ
2017-09-24 14:56:07  cri 

ການເລືອກຕັ້ງນາຍົກລັດຖະມົນຕີເຢັຍລະມັນຈະເລິ່ມຈັດຂຶ້ນໃນຕອນເຊົ້າວັນທີ 24 ກັນຍານີ້ ຕາມເວລາທ້ອງຖິ່ນ,​ ​ບັນ​ດາ​ຜູ້​ລົງສະໝັກຮັບເລືອກຕັ້ງ ລວມທັງທ່ານນາງແອງ​ເຈີ​ລາ ແມີ​ແຄນ ນັກຍົກລັດຖະມົນຕີ​ຄົນປັດຈຸບັນລ້ວນແຕ່ເຂົ້າສູ່ໄລຍະພະຍາຍາມສຸດ​ທ້າຍ. ​ຂະ​ນະ​ທີ່​ພົນ​ການ​ສຳ​ຫຼວດ​ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ​ຄັ້ງຫຼ້າສຸດສະແດງໃຫ້ເຫັນວ່າ, ​ປະ​ຊາ​ຊົນຜູ້ມີສິດເລືອກຕັ້ງຈຳນວນ 1/3 ຍັງບໍ່ໄດ້ຕົກລົງຄັກ​ແນ່​ວ່າຈະ​ປ່ອນ​ບັດ​ໃຫ້​ໃຜ.

ອັດ​ຕາ​ປ່ອນ​ບັດ​ການ​ເລືອກ​ຕັ້ງ​ຂອງ​ເຢັຍ​ລະ​ມັນ​ສອງ​ຄັ້ງ​ຜ່ານ​ມາ​ລ້ວນ​ແຕ່​ຕ່ຳ​​ລົງ​ເປັນ​ປະ​ມານ 71% ເຊິ່ງ​ເປັນ​​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ. ປັດ​ຈຸ​ບັນ, ການ​ເລືອກ​ຕັ້ງ​​ຄັ້ງ​ນີ້​ກໍ​ໄດ້ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍແລ້ວ, ເພື່ອ​​ພະ​ຍາ​ຍາມ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ​ຈຳ​ນວນ​ຫຼາຍ​ທີ່​ຍັງ​ລັ່ງ​ເລ​ໃຈ​ຢູ່ ແລະ ໃຫ້​ພັກ​ການເມືອງ​ຂອງ​ຕົນເອົາ​ຊະ​ນະ​​ຈັດ​ການ​ເລືອກ​ຕັ້ງ ແລະ ສາ​ມາດປະ​ກອບ​ຄະ​ນະ​ລັດ​ຖະ​​ບານ, ​ທ່ານ​ນາງ​ເມີ​ແຄນ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ຊາວ​ໜຸ່ມແຂ່ງ​ຂັນ​ເລືອກ​ຕັ້ງ​ຂອງສະຫະພັນປະຊາທິປະໄຕສາສະໜາຄຼິດສະຕຽນເຢັຍລະມັນທີ່​ຢູ່​ໃຕ້​ການນຳພາ​ຂອງ​ຕົນ ຢູ່ນະຄອນ​ຫຼວງແບກແລງໃນວັນທີ 23 ກັນຍານີ້​ໂດຍຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ​ຕ່າງໆໄປປ່ອນບັດຢ່າງຕັ້ງໜ້າ.

​ອີງ​ຕາມ​ຜົນ​ການ​ສຳ​ຫຼວດ​ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ​ທີ່​ດຳ​ເນີນກ່ອນໜ້ານີ້, ໂດຍອີງໃສ່​​ການ​​ຄັດ​ຄ້ານ​ນະ​ໂຍ​ບາຍ​ຊາວ​ອົບ​ພະ​ຍົບ​ຂອງ​ນາງ​ເມີ​ແຄນ​ແລະ​ເຮັດ​ໃຫ້​ຜູ້​ສະໜັບ​ສະ​ໜູນ​ຕົນ​ເພີ່ອ​ຂຶ້ນ​ຢ່າງວ່ອງ​ໄວ, ພັກ​ທາງ​ເລືອກ​​ເຢັຍ​ລະ​ມັນ ຫຼື AFDອາດ​ຈະ​ໄດ້​ຮັບບັດ​ເລືອກ​ຕັ້ງ​ 11% ຫາ 13% ໃນ​ການ​ເລືອກ​ຕັ້ງ​ເທື່ອ​ນີ້ ແລະ ຈາກ​ພັກ​ການເມືອງໃໝ່​ທີ່​ຫາ​ກໍ່​ສ້າງຕັ້ງຂຶ້ນ​ໃນໄລຍະ​ການ​ເລືອກ​ຕັ້ງ​ຄັ້ງຜ່ານມາ​ ຂະຫຍາຍຕົວແລະເຕີບໃຫຍ່ຂຶ້ນເປັນ​ພັກ​ການເມືອງ​ໃຫຍ່ອັນ​ດັບ​ທີ 3 ໃນ​ລັດ​ຖະ​ສະ​ພາເຢັຍ​ລະ​ມັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ