​ຈັດການສະແດງແລະ​ງານວາງສະແດງມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸກິ່ງ​ແຂວງ​ເຜົ່າຈ້າງ​ເຜົ່າ​ຊ່ຽງ​ອາ​ປ້າ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ
2017-09-24 15:46:32  cri 

ຕາມ​ຂ່າວCRI: ວັນ​ທີ 23 ກັນ​ຍາ​ນີ້, ການສະແດງແລະການວາງສະແດງມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸກິ່ງ​ແຂວງ​ເຜົ່າ​ຈ້າງແລະ​ເຜົ່າ​ຊ່ຽງ​ອາ​ປ້າ​ ແຂວງ​ເສ​ສວນ​ຈີນ​ໄດ້​ຈັດ​ຂຶ້ນຢູ່​​ສູນ​ວັດ​ທະ​ນະ​ທຳ​ຈີນ​ນະ​ຄອນ​ຫຼວງ​ບາງກອກປະ​ເທດ​ໄທ.


ການ​ສະ​ແດງ​ເທື່ອ​ນີ້​ລວມ​ທັງ​ລາຍ​ການ​ທີ່​ມີ​ເອ​ກະ​ລັກຊົນ​ເຜົ່າ​ ເຊັ່ນ, ການ​ຟ້ອນ​ແບບ​ມີ​ມູນ​ເຊື້ອ, ດົນ​ຕີ, ເຄື່ອງ​ເສບ​ດົນ​ຕີ​ຊົນ​ເຜົ່າ​ ແລະ ການ​​ເດີນ​ແບບເປັນ​ຕົ້ນ.


ນອກ​ຈາກ​ການ​ສະ​ແດງ​ແລ້ວ, ສູນ​ວັດ​ທະ​ນະ​ທຳ​ຈີນ​ຍັງ​ຈັດ​ງານ​ວາງ​ສະ​ແດງ​ມໍ​ລະດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ໂດຍໄດ້​ສະ​ແດງ​ສີ​ມື​ຜະ​ລິດ​ເຄື່ອງ​ນຸ່ງ​ຂອ​ງ​ຖື, ​ຢາ​ແລະ​ແພດ​ແຜນ​ເຜົ່າ​ຈ້າງ, ສີ​ມື​ແກະ​ສະ​ຫຼັກ​ຄຳ​ພີ​​ສີ​ລາ​ຈາ​ລຶກ​ເຜົ້າ​ຈ້າງ ​ແລະ ຮູບ​ຖັງ​ຄາ​ເປັນ​ຕົ້ນ, ພ້ອມ​ກັນ​ນັ້ນ​ຍັງ​ສະ​ແດງ​​ສີ​ມືການ​ຜະ​ລິດ​ທູບ​ຕິ​ເບດ ແລະ ການ​ເປົ່າ​ປີ່​ເຜົ່າ​ຊ່ຽງ​ນຳ​ອີກ. ກິດ​ຈະ​ກຳ​ເທື່ອ​ນີ້​ຈະ​​ດຳ​ເນີນ​ເຖິງ​ວັນ​ທີ 2 ຕຸ​ລາ​ໜ້າ​ນີ້ຈິ່ງ​ຈະ​ສິ້ນ​ສຸດ​ລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ