ບໍ່​ທຳ​ມະ​ດາ​ຊາຍ65ປີ​ໃຊ້​ເວ​ລາ 33 ມື້​​ຂີ່​ລົດ​ຖີບ​ໄປເຂດ​ຊີ່​ຈ້າງ(ຕິ​ເບດ)
2017-09-25 17:18:26  cri 

ການ​ຂີ່​ລົດ​ຖີບ​ໄປ​ຊີ່​ຈ້າງ(ຕິ​ເບດ)​ບໍ່​ຢູ່​ໃນ​ຫົວ​ຂອງຫຼາຍ​ຄົນ​ອີກ​ແລ້ວ, ແຕ່​ຢູ່​ເມືອງ​ຊີ່​ອ່ານ ແຂວງ​ຊ້ານ​ຊີ່, ພໍ່​ເຖົ້າ​​ກ່າວ​ຕຸ່ງ​ໄລ ທີ່​ປີ​ນີ້ອາ​ຍຸ 65 ປີ ​ພັດ​ກ້າ​ຄິດ​ກ້າ​ເຮັດທັນ​ທີ​ທັນ​ໃດ​ໂດຍ​ເພິ່ນ​ໄດ້ອອກ​ເດີນ​ທາງ​ຈາກ​ເມືອງ​ຊີ່​ອ່ານ​ໃນ​ວັນ​ທີ 18 ສິງ​ຫາ​ຜ່ານ​ມາ​ແລະໃຊ້​ເວ​ລາ 33 ວັນຄື​ມາ​ເຖິງວັນ​ທີ 19 ກັນ​ຍາ​ນີ້​​ຈິ່ງ​ເດີນ​ທາງ​ເຖິງ​ເມືອງ​ລາ​ຊາ​ ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງ(ຕິ​ເບດ).

ກ່ອນ​ບຳ​ນານ, ​ທ່ານ​ກ່າວ​ຕຸ່ງ​ໄລ​ເປັນ​ກຳ​ມະ​ກອນ​ທາງ​ລົດ​ໄຟ​ແລະ​ຜ່ານ​ມາລາວ​ເຄີຍ​ເວົ້າ​ນຳຫຼາຍ​ຄົນ​ວ່າ ຢາກ​ໄປ​ຊີ່​ຈ້າງ(ຕິ​ເບດ)​ດ້ວຍ​ການ​ຂີ່​ລົດ​ຖີບ ​ແຕ່​ທຸກ​ຄົນ​ໃນ​ຄອບ​ຄົວ ​ບໍ່​ເຫັນ​ດີ​​ເຊິ່ງດ້ານ​ໜຶ່ງ​ຍ້ອນ​ອາ​ຍຸ​ສູງ​ແລ້ວ​ແລ​ະອີກ​ດ້ານ​ໜຶ່ງ​ຍ້ອນໄກ​ແສນ​ໄກທັງ​ມີຫຼາຍ​ປັດ​ໄຈ​ທີ່​ບໍ່​ແນ່ນອນ, ແຕ່​ໃນ​ທີ່​ສຸດ​ແລ້ວ​ກໍບໍ່​ມີ​ໃຜ​ສາ​ມາດ​ຫ້າມ​ພໍ່​ເຖົ້າ​ໃຈ​ເດັດ​​ຄົນ​ນີ້​ໄດ້. ​ເຖິງວ່າ​ບໍ່ມີ​ອຸ​ປະ​ກອນ​ເດີ​ນ​ທາງ​ດ້ວຍ​ລົດ​ຖີບ​ທັງບໍ່​ມີ​ເພື່ອນ​ຮ່ວມ​ທາງ, ​ແຕ່​ເພິ່ນ​ກໍ​ຕັດ​ສິນ​ໃຈເອົາ​ພຽງ​ແຕ່​ຊຸດ​ກຳ​ມະ​ກອນ​ທາງ​ລົດ​ໄຟ 2 ໂຕ​ແລະລົດ​ຖີບ​ທີ່​ຊື້​ໃນ​ລາ​ຄາ 1000 ກວ່າ​ຢວນ​, ທ່ານ​ ກໍ​ໄດ້​ອອກ​ເດີນ​ທາງ​​ທັນ​ທີ. ​ດ້ວຍ​ເຫດ​ຜົນ​ໃດ​ຈິ່ງ​ຂີ່​ລົດ​ຖີບ​ໄປ​ຊີ່​ຈ້າງ(ຕິ​ເບດ), ທ່ານ​ບອກວ່າ: ທຳ​ອິດ​ກໍ​ພຽງ​ແຕ່​ຢາກ​ລອງ​ເບິ່ງ, ແຕ່​ບໍ່​ນຶກ​ເລີຍ​ວ່າ​ຕົນ​​ຈະ​ມີ​ຄວາມ​ອົດ​ທົນ​ຂີ່​ໄປ​​ຈົນ​ເຖິງ​ຈຸດ​ໝາຍ​ປາຍ​ທາງໄດ້, ການ​ເຮັດ​ໄດ້​ແນວ​ນີ້​ນອກ​ຈາກ​ມີ​ມາ​ນະ​ຈິດ​ອົດ​ທົນ​ແລ້ວ​ກໍ​ຕ້ອງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ຕື່ມ​ອີກ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ