ຕຳ​ຫຼວດ 3 ຄົນ​ຊ່ວຍ​ເຫຼືອ​ທ່ານ​ນາງ​ຍິ່ງ​ລັກ​ໂຕນ​ໜີໄປ​ຕ່າງ​ປະ​ເທດ
2017-09-25 10:59:02  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ປ​ຣະ​ວິດ ວົງ​ສຸ​ວັນ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ໄທ​ກ່າວ​ວ່າ, ມີ​ຕຳ​ຫຼວດ​ໄທ 3 ຄົນ​ໄດ້​ຊ່ວຍ​ເຫຼືອ​ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໂຕນໜີ​ອອກ​ຈາກ​ປະ​ເທດ​ຕົນ, ຜູ້​ບົງ​ການດັ່ງ​ກ່າວ​ແມ່ນ​ຢູ່​ໃນ​ປະ​ເທດ​ໄທ.

ວັນ​ທີ 25 ສິງ​ຫາ​ຜ່ານ​ມາ, ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ​​ບໍ່​ໄດ້​ຂຶ້ນ​ສານຕັດ​ສິນ​ຄະ​ດີ​ໂຄງ​ການ​ຈຳ​ນຳເຂົ້າ, ແລະ "ຫາຍ​ສາບ​ສູນ" ຈາກ​ປະ​ເທດ​ໄທ. ອີງ​ຕາມ​ຄວາມ​ເວົ້າ​ຂອງ​ທ່ານ​ປະ​ຣ​ວິດ ​ວົງ​ສຸ​ວັນ, ລົດ​ຂອງທ່ານ​ນາງ​ຍິ່ງ​ລັກ ​ໄດ້​ຜ່ານ​ແຂວງ​ສະແກັວ​ພາກ​ຕ​າ​ເວັນ​ອອກ​ຂອງ​ໄທ​ແລະ​ເຂົ້າ​ສູ່​ກຳ​ປູ​ເຈຍ. ລັດ​ຖະ​ບານ​ໄທ​ສາ​ມາດ​ຍຶດໄດ້​ລົດ​ລົນ​ເກັງ​ຄັນ​ໜຶ່ງ​ທີ່​ເຊື່ອ​ວ່າ​ສົ່ງ​ທ່ານ​ນາງ​ຍິ່ງ​ລັກ​ອອກ​ນອກປະ​ເທ​ດ​ຢູ່​ເຮືອນ​ຫຼັງ​ໜຶ່ງ​ຢູ່​ແຂວງ​ນະ​​ຄອນ ປະ​​ກົມ ​ພາກ​ເໜືອ​ຂອງ​ໄທ. ອີງ​ຕາມ​ຄວ​າມ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ, ຜູ້​ຂັບ​ລົດຄັນ​ດັ່ງ​ກ່າວ​ແມ່ນ​ຕ່າງ​ກັບ​ຜູ້​ລົງ​ທະ​ບຽນ.

ຕຳ​ຫຼວດ 3 ຄົນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສືບ​ສວນ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​​ປ​ຣະ​ວິດ ວົງ​ສຸ​ວັນ ເປີດ​ເຜີຍ​ວ່າ, "ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ສັ່ງ​ວ່າ​​ໃຫ້​ຊ່ວຍ​ເຫຼືອ​ທ່ານ​ນາງ​ຍິ່ງ​ລັກ​ໂຕນ​ໜີ", ແຕ່​ທ່ານ​ປະ​ຕິ​ເສດ​ທີ່​ຈະ​ເປີດ​ເຜີຍ​ຜູ້​ບົງ​ການ​ຕໍ່​ສື່ມວນ​ຊົນ, ພຽງ​ກ່າວ​ວ່າ "ຜູ້​ອອກ​ຄຳ​ສັ່ງ​ດັ່ງ​ກ່າວ​ປັດ​ຈຸ​ບັນ​ຢູ່​ປະ​ເທດ​ໄທ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ