ອີ​ຣານ​ຈັດ​ການ​ຊ້ອມ​ຮົບ​ດ້ວຍ​ລູກ​ປືນ​ແທ້
2017-09-25 14:24:35  cri 
ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຣາ​ນ​ລາຍ​ງານ​ໃນ​ວັນ​ທີ 24 ກັນ​ຍາ​ນີ້​ວ່າ, ໃນ​ວັນ​ດຽວ​ກັນ​ນີ້, ກອງ​ປ້ອງ​ກັນ​ປະ​ຕິ​ວັດ​ອິ​ສ​ຣາມ​ອີ​ຣານໄດ້​ຈັດ​ການ​ຊ້ອມ​ຮົບ​ດ້ວຍ​ລູກ​ປືນ​ແທ້​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອີ​ຣານ​ທີ່​​ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນ.

ຂ່າວ​ແຈ້ງວ່າ, ການ​ຊ້ອມ​ຮົບ​ເທື່ອ​ນີ້​ມີ​ຊື່​ວ່າ "ໂມ​ຮະ​ຣາມ", ​ມີ​ທະ​ຫານ​ກອງປືນ​ໃຫຍ່, ກອງ​ທັບ​ລົດ​ຫຸ້ມ​ເກາະກອງ​ທັບ​ອາ​ກາດ​ແລະ​ອື່ນໆ​ເຂົ້າ​ຮ່ວມ. ​ການ​ຝຶກ​ຊ້ອມ​ຕົ້ນ​ຕໍ​ແມ່ນ​ການ​ສູ້​ຮົບ​ປ້ອງ​ກັນ​ປະ​ເທດ, ການ​ຊ້ອມ​ຮົບ​ເທື່ອ​ນີ້​ແມ່ນ​ຈັດ​ຕັ້ງ​ແລະ​ປະ​ຕິ​ບັດ​ໂດຍ​ທະ​ຫານ​​ຮາບ, ທະ​ຫານ​​ລົດຫຸ້ມ​ເກາະ, ທະ​ຫານ​ສື່​ສານ​ແລະ​ຂີ​ປະ​ນາ​ວຸດ.

​ແລະການ​ຊ້ອມ​ຮົບ​ເທື່ອ​ນີ້​ແມ່ນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ລະ​ລຶກ​​ສົງ​ຄາມ​ລະ​ຫວ່າງ​ອີ​ຣານ​ກັ​ບອີ​ຣັກ​ຄົບ​ຮອບ 37 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ