ເລຂາທິການ​ໃຫຍ່ ສປຊ ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ລົງ​ປະຊາ​ມະຕິ​​ແຍກ​ເປັນ​ເອກະລາດ​ຂອງ​ເຂດ​ເຄິດສະຖານ​ຂອງອີຣັກ
2017-09-26 11:42:51  cri 

ທ່ານ​ອັນ​ໂຕນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້ອອກ​ຖະ​ແຫຼງການ​ຜ່ານ​ໂຄສົກ​ຂອງ​ຕົນ​ ​ໃນ​ວັນ​ທີ 25 ກັນຍາ​ນີ້ ​ໂດຍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່ການ​ລົງ​ປະຊາ​ມະຕິ​​ແຍກ​ເປັນ​ເອກະລາດ​ຂອງ​ເຂດ​ເຄິ​ດສະຖານ ປະ​ເທດອີຣັກ ​ໃນ​ວັນ​ດັ່ງກ່າວ​ນັ້ນວ່າ ອາດ​ຈະ​ພາ​ໃຫ້​ເກີດ​ຄວາມ​ວຸ້ຍວາຍ​ໄດ້.

ຖະ​ແຫຼງການ​ລະບຸ​ວ່າ: ທ່ານ​ກູ​ເຕີ​ເຣັສ ເຄົາລົບ​ຕໍ່​ອະທິປະ​ໄຕ, ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຄວາມ​ສາມັກຄີ​ຂອງ​ອີຣັກ ​ທັງ​ເຫັນ​ວ່າ ບັນຫາ​ທີ່ຍັງ​ຄົງ​ຄ້າງລະຫວ່າງ​ລັດຖະບານອີຣັກ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ເຄິດສະຖານ ຄວນ​​ແກ້​ໄຂ​ໂດຍ​ການ​ສົນທະນາ ​ແລະ ຜ່ອນຜັນ​ສັ້ນຍາວ​ກັນ​ຢ່າງສ້າງສັນ.

ທັງ​ນີ້ ວັນ​ທີ 25 ກັນຍາ​ນີ້, ​ເຂດ​ປົກຄອງ​ຕົນ​ເອງເຄິດ​ສະຖານ ປະ​ເທດ​ອີຣັກ ​ໄດ້​ລົງ​ປະຊາ​ມະຕິ​ເພື່ອ​ແຍກ​ເປັນ​ເອກະລາດ, ​ແຕ່​ກໍຖືກລັດຖະບານ​ອີຣັກ ລວມທັງ​ປະ​ເທດ​ອ້ອມ​ຂ້າງ ​ເປັນຕົ້ນ ຕວກກີ ​ແລະ ອີຣານ ຄັດຄ້ານ​ຢ່າງ​ຮຸນ​ແຮງ, ຂະນະ​ທີ່​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີຣົບ ກໍ​ສະ​ແດງ​ທ່າ​ທີສະໜັບສະໜູນ​ໃນຄວາມ​ເປັນ​ເອກະພາບ​ຂອງ​ອີຣັກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ