ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ພົບປະກັບຄະນະອະດີດເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ
2017-09-26 17:50:13  cri 


ຕອນເຊົ້າວັນທີ 25 ກັນຍານີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ຮອງປະທານສະມາຄົມມິດຕະພາບລາວ-ຈີນ ໄດ້ພົບປະກັບທ່ານ Liang Feng ອະດີດເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໂດຍມີອະດີດເອກອັກຄະລັດຖະທູດຈີນປະຈຳລາວ 8 ທ່ານ ພ້ອມດ້ວຍຄະນະເຂົ້າຮ່ວມ.


ໃນໂອກາດນີ້, ທ່ານ ພັນທອງ ພິດທຸມມາ ໄດ້ຕີລາຄາສູງຕໍ່ບັນດາອະດີດເອກອັກຄະລັດຖະທູດຈີນປະຈຳລາວທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍມິດຕະພາບລະຫວ່າງສອງປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ. ​ທັງ​ນີ້ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດແຕ່ປີ 1961 ເປັນຕົ້ນມາ, ການຮ່ວມມືດ້ານເສດຖະກິດ-ການຄ້າແລະການຊ່ວຍເຫລືອແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດກໍໄດ້ຮັບໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ ແລະຫວັງວ່າການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດຈະໄດ້ຮັບການພັດທະນາຕື່ມອີກໃນຕໍ່ໜ້າ.


ທ່ານ Liang Feng ກ່າວວ່າ: ບັນດາອະດີດເອກອັກຄະລັດຖະທູດ ຈີນ ປະຈຳ ລາວ ຮູ້ສຶກປິຕິຊົມຊື່ນທີ່ເຫັນວ່າສອງປະເທດຈີນ-ລາວມີການພົວພັນຢ່າງໜັກແໜ້ນ​ທັງດ້ານການເມືອງ, ເສດຖະກິດ, ວັດທະນະທຳແລະອື່ນໆພາຍໃຕ້ການຊີ້ນຳຂອງທ່ານ ສິຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ເຊິ່ງເຮັດໃຫ້ການພົວພັນໃນດ້ານຕ່າງໆລະຫວ່າງສອງພັກ-ລັດ ​ໄດ້​ຮັບການພັດທະນາເລິກເຊິ່ງກວ່າເກົ່າ ຂະ​ນະ​ດຽວ​ກັນກໍຍິນດີສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ