ສະເຫຼີມສະຫຼອງບຸນໄຫວ້ພະຈັນຢູ່ນະຄອນຫຼວງວຽງຈັນ
2017-09-26 17:54:37  cri 


ສູນວັດທະນະທໍາຈີນປະຈໍາລາວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ແລະ ພະແນກວັດທະນະທໍາແຂວງຫູເປີຍ ສປ ຈີນ ​ໄດ້ເປັນເຈົ້າພາບຈັດງານສະແດງສິລະປະຫູເປີຍ ສະເຫຼີມສະຫຼອງບຸນໄຫວ້ພະຈັນ ແລະ ເພື່ອຊາວນະຄອນຫຼວງວຽງຈັນໄດ້ສໍາ​ຜັດກິ່ນອາຍ​ແລະມົນສະເໜ່ຂອງແຂວງຢຸນໜານ ໃນຄໍ່າຄືນວັນທີ 25 ກັນຍາ 2017ນີ້ ທີ່ຫໍວັດທະນະທໍາແຫ່ງຊາດນະຄອນຫຼວງວຽງຈັນ ໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫວາງສີຫຸ່ຍ ທີ່ປຶກສາການຄ້າສະຖານທູດຈີນ ປະຈໍາ ສປປ ລາວ, ທ່ານ ນາງ ຕິ່ງຊິ່ງ ຫົວໜ້າສູນວັດທະນະທໍາຈີນປະຈຳລາວ, ພະນັກງານສະຖານທູດຈີນປະຈໍາລາວ, ທູຕານຸທູດປະຈໍາສປປ ລາວ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍມວນຊົນລາວເຊື້ອສາຍຈີນແລະມວນຊົນນະຄອນຫຼວງວຽງຈັນເຂົ້າຮ່ວມ.


ລາຍການທີ່ສິລະປະແຂວງຫູເປີຍ ສປ ຈີນ ສະແດງພາຍໃຕ້ຫົວຂໍ້: " ມອບບົດກະວີໃຫ້ພະຈັນ " ໄດ້ສ້າງຄວາມປະທັບໃຈ ແລະ ໄດ້ຮັບສຽງຕົບ​ມືຊົມເຊີຍຈາກມວນຊົນຕະຫຼອດເວລາ. ພາຍຫຼັງສຳ​ເລັດການສະແດງ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຕີລາຄາວ່າ: ທຸກລາຍການເປັນການສະແດງທີ່ດີເລີດເຮັດໃຫ້ຜູ້ຊົມທີ່ກໍາລັງມ່ວນໆ​ນັ້ນ​ພັດມີອັນໃໝ່ມາອີກແລະເດັ່ນຂຶ້ນກວ່າເກົ່າ, ເປັນສິລະປະທີ່ໜ້າເບິ່ງໜ້າຊົມແລະລະດັບການສະແດງ​ກໍເກັ່ງຫຼາຍ. ບໍ່​ວ່າ​ຈະ​ເປັນລາຍການສະແດງກາຍະສິນ, ຟ້ອນ, ​ການ​ບັນ​ເລງດົນຕີ, ຮ້ອງເພງ, ​ຟ້ອນກັງຟູ, ມາຍາກົນ ​ອຸ​ດົມ​ສົມ​ບູນ​ຫຼາຍ​ແລະ​ມີ​ຫຼາຍ​ສັດ​ທະ​ສົດ, ມີຫຼາຍສິ່ງຫຼາຍຢ່າງເຮັດໃຫ້ຜູ້ຊົມຕື່ນເຕັ້ນ ຕະຫຼອດ. ສ້າງຄວາມປະທັບໃຈແລະ​ຮຽກ​ໄດ້ສຽງຕົບມື, ສຽງຮ້ອງໂຮຂອງຜູ້ຊົມຮູ້ສຶກວ່າຟົດຟື້ນເປັນພິເສດ ເຊິ່ງ​ເປັນ​ການສະແດງເຖິງສິລະປະທີ່ມີບັນຍາກາດໃໝ່ທີ່ມີຄວາມງາມ ຄວາມມ່ວນຊື່ນ ແລະ ອັນສໍາຄັນແມ່ນຄວາມສາມັກຄີມິດຕະພາບການຮ່ວມມື​ລະ​ຫວ່າງສອງພັກສອງລັດແລະ​ປະ​ຊາ​ຊົນ​ສອງ​ຊາດນັບມື້ນັບກ້າວເຂົ້າສູ່ລວງເລິກ ເຮັດໃຫ້ການໄປມາຫາສູ່​ແລະ​ການ​ສ້າງຊີວິດການເປັນຢູ່ສອງປະເທດນັບມື້ນັບດີຂຶ້ນ.ບຸນໄຫວ້ພະຈັນຈະກົງກັບ 15 ຄໍ່າເດືອນ 8 ຂອງທຸກໆປີ ຕາມປະຕິທິນຈັນທະຄະຕິຂອງຈີນ ແລະ ເປັນໜຶ່ງໃນບຸນປະເພນີທີ່ສໍາຄັນທີ່ສຸດຂອງຊາວຈີນ ເຊິ່ງປີນີ້ກົງກັບວັນທີ 4 ຕຸລາ 2017. ສຳ​ລັບຄໍ່າຄືນບຸນໄຫວ້ພະຈັນຢູ່ຈີນນັ້ນ, ທຸກຄົນໃນຄອບຄົວຈະພ້ອມກັນຮ່ວມພາເຂົ້າຊຸມແຊວ, ກິນຂະໜົມໄຫວ້ພະຈັນຮ່ວມກັນ ແລະ ນັ່ງເບິ່ງດວງຈັນທີ່ສະຫວ່າງສະໄຫວທົ່ວທ້ອງຟ້າ. ບຸນໄຫວ້ພະຈັນໝາຍເຖິງຄວາມສາມັກຄີກົມກຽວ ແລະ​ນີ້ກໍເປັນເປົ້າໝາຍສູງສຸດທາງແນວຄິດຂອງຊາວຈີນ.


1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ