ຈັດງານ​ວາງ​ສະ​ແດງ​ຜົນ​ງານ "5 ປີ​ແຫ່ງ​ຄວາມ​ກ້າວ​ໜ້າ" ​ຢູ່​ປັກ​ກິ່ງ
2017-09-26 14:25:05  cri 

ງານ​ວາງ​ສະ​ແດງ​ຜົນ​ງານ "5 ປີ​​ແຫ່ງ​ຄວາມກ້າວ​ໜ້າ" ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ວາງ​ສະ​ແດງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນຜິງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ທະ​ຫານ​ສູນ​ກາງ​ຈີນ, ທ່ານ​ຫຼີ້​ເຄີ້​ສຽງ, ກຳມະການ​ປະຈຳກົມ​ການ​ເມືອງ​ສູນ​ກາງ​ພັກ. ທ່ານ​ຫຼຽວ​ຢຸນ​ຊ່ານ, ກຳມະການ​ປະຈຳກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລ​ຂາ​ທິການຄະ​ນະ​ເລ​ຂາ​ສູນກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຜູ້​ນຳ​ທ່ານ​ອື່ນໆ​ໃຫ້​ກຽດເຂົ້າ​ຮ່ວມ​.

ທ່ານ​ຫຼຽວ​ຢຸນ​ຊ່ານ​ກ່າວ​ວ່າ, ການ​ທີ່​ຈັດ​ງານ​ວາງ​ສະ​ແດງ​ຜົນ​ງານ "5 ປີ​​ແຫ່ງ​ຄວາມ​ກ້າວ​ໜ້າ" ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງວຽກ​ງານ​ໂຄ​ສະ​ນາກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ​ການວາງ​ສະ​ແດງ​​ທີ່​ດີເທື່ອ​ນີ້, ຈະເຮັດ​ໃຫ້​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ຈີນ​​ຮູ້​ຈັກລະ​ບົບ​ການ​ເມືອງ​ທີ່​ໜັກ​ແໜ້ນ​ພາຍ​ໃຕ້​ການນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ. ພວກ​ເຮົາ​ຄວນ​ຍົກ​ຄັນ​ທຸງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນພິ​ເສດ​ແລະ​ຍິ່ງ​ໃຫຍ່ຂອງ​ຈີນ, ເພື່ອ​ຕ້ອນ​ຮັບ​ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19​ ​ດ້ວຍ​​ຜົນ​ງານ​ທີ່ດີ​ເດັ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ