ຜູ້​ອຳ​ນວຍ​ການ​ໃຫຍ່ CRI ພົບ​ປະ​ກັບ​ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ສື່​ມວ​ນ​ຊົນ​ຊີ​ເບີ​ລີ​ປະ​ເທດ​ຣັດ​ເຊຍ
2017-09-26 14:34:02  cri 
ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 25 ກັນ​ຍາ​ນີ້, ທ່ານ​ຫວາງ​ເກິ່ງ​ນຽນ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI​​ ໄດ້​ພົບ​ປະ​ກັບ​ທ່ານ ວັ​ສ​ກິນ ອາ​ເລັ​ກ​ຊັນ​ເຕີ ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ສື່ມວນ​ຊົນ​ຊີ​ເບີ​ລີ ປະ​ເທດ​ຣັດ​ເຊຍ​ພ້ອມ​ດ້ວຍ​ຄະ​ນະ. ​ໃນ​ໂອ​ກາດ​ດັ່ງ​ກ່າວສອງ​ຝ່າຍ​ ​ເຫັນ​ພ້ອມ​ກັນ​, ບົນ​ພື້ນ​ຖານການ​ສືບ​ຕໍ່ຮັກ​ສາ​ການ​ຮ່ວມ​ມື​ໃນ​ປັດ​ຈຸ​ບັນ​ວ່າ, ສອງ​ຝ່າຍ​​ຈຳ​ເປັນ​ຕ້ອງ​ໂຄ​ສະ​ນາ​​ເຜີຍ​ແຜ່​ທາງ​ໂທ​ລະ​ພາບ, ເວັບ​ໄຊ, ໂທ​ລະ​ສັບ​ມື​ຖື​ແລະ​ດ້ານ​ອື່ນໆ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ, ແລະ​ຍົກ​ລະ​ດັບ​ການ​ຮ່ວມ​ມື​​ໂຄ​ສະ​ນາ​ເຜີຍ​ແຜ່​ຕື່ມ​ອີກ.

ທ່ານ​ຫວາງ​ເກິ່ງ​ນຽນ​​ກ່າວ​ວ່າ​ສອງ​ຝ່າຍ​ສາ​ມາດ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​​ເພື່ອເພີ່ມ​ການ​ແລກ​ປ່ຽນ​ລາຍ​ການ​ອອກ​ອາ​ກາດ, ຂະ​ນະດຽວ​ກັນ​ກໍ​ສາ​ມາດ​ຮ່ວມ​ມື​ທາງ APP ໂທ​ລະ​ສັບ​ມື​ຖື​ແລະ​ລາຍການ​​ໂຄ​ສະ​ນາ​ສິນ​ຄ້າ​​ທາງ​ໂທ​ລະ​ພາບ​ແລະ​ອື່ນໆ.

ທ່ານ​ວັ​ສ​ກິນ ກ່າວ​ວ່າ, ກຸ່ມ​ບໍ​ລິ​ສັດ​ຕົນ​ຫວັງ​ຮ່ວມ​ມື​ກັບ CRI ​ໃຫ້​ສົມ​ບູນກວ່າ​ເກົ່າ. ​ໂດຍ​ໃນການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ປຶກ​ສາ​ຫາ​ລືບັນ​ຫາການ​ຮ່ວມ​ມື​ກັບ CRI ໃຫ້​ລະ​ອຽດ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ