ຕວກກີ ​ແລະ​ອີ​ຣັກ​ຈະຊ້ອມ​ຮົບ​ຮ່ວມ​​ຢູ່​ເຂດ​ຊາຍ​​ແດນ
2017-09-26 13:56:13  cri 
ວັນ​ທີ 25 ກັນຍາ​ນີ້, ກົມ​ໃຫຍ່​ເສນາ​ທິການ​ກຳລັງ​ປະກອບ​ອາວຸດ​ຕວກກີ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ​ປະ​ເທດ​ຕົນຈະ​ຊ້ອມ​ຮົບ​ຮ່ວມ​​ຢູ່​​ເຂດ​ຊາຍ​ແດນກັບ​ອີຣັກ​ນັບ​ແຕ່​ວັນ​ທີ 26 ກັນຍາ​ນີ້, ຂະນະ​ທີ່ທະຫານ​ອີຣັກ​ໄດ້​​ເດີນທາງ​ເຖິງ​ເຂດ​ສິ​ໂລ​ປີ ​​ແຂວງ​ຊີນັກ​ ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຕວກກີ​ແລ້ວ​ໃນ​ວັນ​ທີ 25 ກັນຍາ​ນີ້.

​ຫາງ​ສຽງ​ເຫັນ​ວ່າ: ການ​ຊ້ອມ​ຮົບ​ນີ້​ແມ່ນ​ມາ​ດຕະການຮ່ວມ​ລະຫວ່າງ​ລັດ​ຖະບານ​ຕວກກີ ​ແລະອີຣັກ​ເພື່ອ​ຮັບ​ມື​ກັບການ​ລົງປະຊາ​ມະຕິໃຫ້​ເຂດ​ປົກຄອງ​​ເຄິດ​ສະຖານ​ແຍກ​ເປັນເອກະລາດໃນ​ວັນ​ທີ 25 ກັນຍາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ