ສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 68 ປິ
2017-09-27 17:25:44  cri 


ສະ​ຖານ​ທູດ​ຈີນ​ປະ​ຈຳ ສ​ປ​ປ ລາວ​ໄດ້​ຈັດ​ພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 68 ປີໃນຕອນຄໍ່າວັນທີ 26 ກັນຍາ 2017 ນີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ, ທ່ານ ຄໍາພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍການນໍາພັກ-ລັດລາວ, ພະນັກງານສະຖານທູດຈີນປະຈໍາລາວ, ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ແລະແຂກຮັບເຊີນເຂົ້າຮ່ວມ.


ທ່ານ ຫວາງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ກ່າວວ່າ: 68 ປີ ຜ່ານມາ, ປະເທດຈີນປະ​ສົບຜົນສໍາເລັດໃນຂະບວນການພັດທະນາ ທີ່ຍິ່ງໃຫຍ່​ແລະປະຈັກຕາຂອງໂລກ. ​ປັດ​ຈຸ​ບັນ​ປະ​ເທດ​ຈີນໄດ້ກາຍເປັນໂຄງປະກອບເສດຖະກິດເຕີບໃຫຍ່ອັນດັບ 2 ໃນໂລກ ແລະ ອັດຕາ​ການປະກອບສ່ວນຕໍ່ການຂະຫຍາຍຕົວເສດຖະກິດໂລກສະເລ່ຍຫຼາຍກວ່າ 30%. ໃນ 6 ເດືອນ​ຕົ້ນປີນີ້,ເສດຖະກິດຈີນຂະຫຍາຍຕົວ 6,9% ແລະ ສືບຕໍ່ມີທ່າອ່ຽງດີຂຶ້ນກ້າວເຂົ້າສູ່ລະດັບສູງກວ່າເກົ່າຢ່າງຕໍ່ເນື່ອງ. ສໍາລັບການຮ່ວມມືລາວ-ຈີນ, ທ່ານເອກອັກຄະລັດຖະທູດຈີນກ່າວວ່າ: ປະເທດຈີນໄດ້ກາຍເປັນປະເທດລົງທຶນອັນດັບໜຶ່ງ ແລະ ເປັນປະເທດຊ່ວຍເຫຼືອອັນດັບໜຶ່ງ ທັງ​ເປັນ​ຄູ່ຄ້າອັນດັບສອງຂອງປະເທດລາວ ຂະ​ນະ​ດຽວ​ກັນ ຈີນ​ກໍຍິນດີເພີ່ມທະວີການເຊື່ອມໂຍງຍຸດທະສາດພັດທະນາກັບລາວ ພ້ອມກັນຈັດຕັ້ງປະຕິບັດແຜນການ 5 ປີຄັ້ງທີ 13 ຂອງຈີນ ແລະ ແຜນການ 5 ປີຄັ້ງທີ 8 ຂອງລາວ, ເລັ່ງລັດກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ກໍຄືເຂດຮ່ວມມືເສດຖະກິດບໍ່ເຕັນ-ບໍ່ຫານ ແລະ ເຂດ​ເສດຖະກິດພິເສດໄຊເສດຖາ ເພື່ອໃຫ້ໂຄງການໃຫຍ່ມີບົດບາດນຳໜ້າໃນການຮ່ວມມືເສດຖະກິດການຄ້າ ແລະ ການເຊື່ອມໂຍງຂອງພາກພື້ນ. ການ​ພົວ​ພັນລະຫວ່າງປະຊາຊົນສອງຊາດຈີນ-ລາວ​ມີ​ຄວາມໃກ້ຊິດ ແລະ ໄປມາຫາສູ່ກັນນັບມື້ຫຼາຍຂຶ້ນ. ​ປັດຈຸບັນນັກສຶກສາລາວໄດ້​ຮັບທຶນສຶກສາຈາກລັດຖະບານຈີນຫຼາຍກວ່າໝູ່ໃນອາຊຽນ.


ໃນໂອກາດທີ່​ມີ​ຄວາມ​ໝາຍ​ສຳ​ຄັນນີ້, ນັກສະແດງຈາກແຂວງຫູເປີຍ ສປ ຈີນ ກໍໄດ້ສະແດງກາຍະສິນ, ຟ້ອນ, ບັນ​ເລງດົນຕີ, ຮ້ອງເພງ, ​ສ​ະ​ແດງມວຍກັງຟູ, ມາຍາກົນ​ເພື່ອ​ສ້າງ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ງານ​ລ້ຽງ​ດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ