ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ປະ​ກາດ​ມາດ​ຕະ​ການ​ຂວ້ຳ​ບາດ ສ​ປ​ປ ເກົາ​ຫຼີ ເທື່ອ​ໃໝ່
2017-09-27 17:26:47  cri 
ວັນ​ທີ 26 ກັນ​ຍາ​ນີ້, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ວ່າ: ຈະຂວ້ຳ​ບາດ​ທະ​ນາ​ຄານ 8 ແຫ່ງ​ແລະບຸກ​ຄົນ 26 ຄົນ​ຂອງ ສ​ປ​ປ​ເກົາ​ຫຼີ ຍ້ອນ​ເຂົ້າ​ຮ່ວມ​ແລະ​ສະ​ໜັບ​ສະ​ໜູນ ສ​ປ​ປ ເກົາ​ຫຼີ ​ພັດ​ທະ​ນາ​ອາ​ວຸດ​ທີ່​ມີ​ແສນ​ຍາ​ນຸ​ພາບ​ລ້າງ​ຜານ​ສູງ.

ກະ​ຊວງ​ດັ່ງ​ກ່າວ​ຖະ​ແຫຼງ​ໃນ​ມື້​ດຽວ​ກັນ​ວ່າ: ບຸກ​ຄົນ​ທີ່​ຖືກ​ຂວ້ຳ​ບາດ​ແມ່ນ​ຜູ້​ຕາງ​ໜ້າ​ສຳ​ນັກ​ງານ​ທະ​ນາ​ຄານ​ ສ​ປ​ປ ເກົາ​ຫຼີ ຢູ່​ຕ່າງ​ປະ​ເທດ ແລະອີງ​ຕາມ​ມາດ​ຕະ​ການ​ດັ່ງ​ກ່າວ, ຊັບ​ສິນ​ຂອງບຸກ​ຄົນ​ຢູ່ອາ​ເມ​ລິ​ກາ​ທີ່​ຖືກ​ຂວ້ຳ​ບາດ​ຈະ​ຖືກ​ອາ​ຍັດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ດັ່ງ​ກ່າວ​ກ່າວ​ອີກ​ວ່າ: ອາ​ເມ​ລິ​ກາ​ຫວັງ​ວ່າ​ຫຼັງ​ໃຊ້​ມາດ​ຕະ​ການ​ດັ່ງ​ກ່າ​ວ​ຈະ​ຊຸກ​ຍູ້​ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ປອດ​ນິວ​ເຄ​ລຍ​ໃນແຫຼມ​ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ