ໄທ​ຈັດງານ​ວາງສະ​ແດງ​ປຶ້ມ​ຈີນ​ 2017
2017-09-27 16:34:43  cri 
ວັນ​ທີ 26 ກັນຍາ​ນີ້, ​ໄທ​ໄດ້​ຈັດງານ​ວາງ​ສະ​ແດງ​ປຶ້ມ​ຈີນ​​ປີ 2017 ​​ຢູ່​ຮ້ານຈຳໜ່າຍ​ປຶ້ມ​ນານ​ເໝບ​າງກອກ ​​ໂດຍ​ໄດ້​ນຳ​ເອົາປຶ້ມ​ຈີນ​ 708 ປະ​ເພດ 1500 ຫົວ​ມາ​ວາງ​ສະ​ແດງ.

ທ່ານ​​​ເສີນ​ແໝີ​ຍສີ ຜູ້ອຳນວຍການບໍລິສັດ​ນານ​​ເໝ​ໄທ​ຈຳກັດກ່າວ​ວ່າ: ງານ​ວາງ​ສະ​ແດງ​ນີ້​ສາມາດ​ຊ່ວຍ​ເຫຼືອ​ປະຊາຊົນ​ໄທ ກໍ​ຄື​ປະຊາຊົນ​ປະ​ເທດ​ອາ​ຊຽນ​ເຂົ້າ​ໃຈ​ປະ​ເທດ​ຈີນ​ຢ່າງຮອບດ້ານ ​ແລະຊຸກຍູ້​ສົ່ງ​ເສີມ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ຂະນະ​ດຽວ​ກັນ​ກໍ່​ເປັນ​ການ​ຍົກ​ອິດທິ​ພົນ​​ປຶ້ມ​ຈີນ ​ແລະລົງ​ເລິກ​ການ​​ແລກປ່ຽນ​ການ​ພິມ​ຈຳ​ໜ່າຍ​ລະຫວ່າງຈີນ-​ໄທ​.

ທ່ານ​ຈ່າງ​ຈີ້​ເຊີນ ຜູ້​ອຳນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ​ຂາ​​ອອກ​-ຂາ​ເຂົ້າ​ປຶ້ມ​ຈີນກ່າວ​ວ່າ: ງານ​ວາງສະ​ແດງ​ນີ້​ໄດ້​ນຳ​ເອົາ​ປຶ້ມ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງທິດ​ສະ​ດີ​ໃໝ່​​ໃນກາ​ນພັດ​ທະ​ນາ​ ​ແລະ​ການປະຕິ​ຮູບ​ຈີນ, ​ຜົນສຳ​ເລັດ​ທີ່​ສຳຄັນ​​ດ້ານ​ການ​ເມືອງ, ​ເສ​ດຖະກິດ, ວັດທະນະທຳ, ສັງຄົມ ​ແລະ​ອື່ນໆ ກໍ​ຄື​ປຶ້ມ​ທີ່ນຳສະ​ເໜີ​ຂໍ້​ລິ​ເລີ່​ມໜຶ່ງ​ແລວທາງໜຶ່ງ​ເສັ້ນທາງ​ຂ​ອງຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ