ໜ້າ​ຮັກຫ່ານ​ຟ້າ​ດຳ​ນ້ອຍ​ຢູ່​ມະ​ຫາ​ວິ​ທະ​ຍາ​​ໄລຈີ​ລິນ
2017-09-27 17:00:13  cri 



ພາບນີ້​ຄື ​ພໍ່​ແມ່​ຫ່ານ​ຟ້າ​ດຳ​ຄູ່​ໜຶ່ງ ​ໄດ້ພາ​ລູກ​ນ້ອຍ 5 ໂຕ​ລອຍ​ຢູ່​ໜ້າ​ໜອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈີ​ລິນ​ຈີນ​ແບບ​ສະ​ບາຍໆ​ ແລະ​ເປັນ​ພາບທີ່​ຖ່າຍ​ໃນ​ວັນ​ທີ 26 ກັນ​ຍານີ້.
ໃນ​ໂອ​ກາດ​ສະຫຼອງວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວເມື່ອ​ປີ​ຜ່ານ​ມາ​, ມະ​ຫາ​ວິ​ທະ​ຍາ​ໄລນີ້ ໄດ້​ຮັບ​ຫ່ານ​ຟ້າ​ດຳ​ຄູ່​ໜຶ່ງມາ​ລ້ຽງ ແລະ​ເລີ່ມ​ແຕ່​ວັນ​ທີ 12 ສິງ​ຫາ​ຜ່ານ​ມາ, ​ຫ່ານ​ຟ້າແມ່ ໄດ້​​ອອກໄຂ່ 6 ໜ່ວຍ. ຂະ​ນະ​ທີ່ມາ​ຮອດ​ວັນ​ທີ 23 ກັນ​ຍານີ້, ມີ 5 ໜ່ວຍ​ໄດ້​ເບາະ​ອອກ​ມາ​ເປັນຫ່ານ​ຟ້າ​ນ້ອຍ 5 ໂຕ. ເຈົ້າ​ໜ້າ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຈີ​ລິນ​ກ່າວ​ວ່າ, ​ໄຂ່​ທີ່​ເບາະ​ແບບ​ທຳ​ມະ​ຊາດນີ້​ ແມ່ນ​ເລື່ອງ​ທີ່​ພົບເຫັນ​ໜ້ອຍ​ທີ່​ສຸດ.

1  2  3  4  5  6  7  8  9  10  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ