ເຊັນສັນຍາ​ເຊົ່າ​ສັນ​ຍານດາວທຽມ​ຮັບ-ສົ່ງການບັນຊາເຮືອບິນຜ່ານ​ນ່ານຟ້າຂອງ ສປປ ລາວ
2017-09-28 11:32:27  cri 


ພິທີເຊັນສັນຍາການເຊົ່າສັນຍານດາວທຽມຮັບ-ສົ່ງການບັນຊາເຮືອບິນທີ່ບິນຜ່ານ​ນ່ານຟ້າຂອງສປປລາວລະຫວ່າງກອງ​ຄຸ້ມຄອງການຈະລາຈອນທາງອາກາດແລະບໍລິສັດດາວທຽມລາວເອເຊຍ-ປາຊິຟິກຈຳກັດ​ລະ​ຫວ່າງທ່ານສົມຈິດ ວິ​ນິດແກ້ວພາວັນຫົວໜ້າກອງຄຸ້ມຄອງການຈະລາຈອນທາງອາກາດແລະທ່ານປອແກ້ວວຽງໄຊສຸຣິຍະຮອງອຳນວຍການບໍລິສັດດາວທຽມລາວເອເຊຍ-ປາຊິຟິກຈຳກັດ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກັນ​ຍາ​ນີ້​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ.


ໂຄງການນີ້ເປັນໂຄງການທີ່ສຳຄັນໂດຍສະເພາະການຫັນປ່ຽນ ຈາກການນຳໃຊ້ດາວທຽມຂອງຕ່າງປະເທດ ມານຳໃຊ້ດາວທຽມຂອງລາວເອງ ເຊິ່ງເປັນຂີດໝາຍປະຫວັດສາດໃໝ່ຂອງລາວ,ແລະ​ຈະຊ່ວຍພັກລັດຫຼຸດຜ່ອນເງິນຕາຕ່າງປະເທດ, ເປັນໂຄງການທຳອິດທີ່ບໍລິສັດເຊັນສັນຍາກັບພາກລັດຖະບານ ແລະ ໃນອະນາຄົດ, ບໍລິສັດຈະສືບຕໍ່ຮ່ວມມືດ້ານດາວທຽມກັບບັນດາກະຊວງກົມກອງຂອງລາວຕື່ມອີກ.


ການບັນຊາເຮືອບິນທີ່ຜ່ານ​ນ່ານຟ້າຂອງສປປ ລາວ ເປັນວຽກງານສຳຄັນ ໂດຍສະເພາະການສ້າງລາຍຮັບຈາກການເກັບຄ່າບິນຜ່ານໃຫ້ ສປປ ລາວເປັນຈຳນວນຫຼາຍໃນແຕ່ລະປີ,ສັນຍານດາວທຽມຈາກດາວທຽມລາວແມ່ນພື້ນຖານເຕັກນິກທີ່ສຳຄັນ ເພື່ອຮັບປະກັນ​ໃຫ້ວຽກງານດັ່ງກ່າວ​ປະ​ສົບ​ຜົນ​ສຳ​ເລັດຕາມເປົ້າໝາຍ.

ທ່ານສົມຈິດ​ວິ​ນິດແກ້ວພາວັນກ່າວວ່າ:ຜ່ານມາກອງຄຸ້ມຄອງການຈະລາຈອນທາງອາກາດໄດ້ຕິດຕາມເຮືອບິນທີ່ບິນຜ່ານນ່ານຟ້າຂອງສປປລາວດ້ວຍຟາຍເບີອອບຕິກແລະໃຊ້ຜ່ານດາວທຽມໃນກໍລະນີເກີດຂັດຂ້ອງໃນລະດູຝົນເກີດມີພາຍຸເຮັດໃຫ້ສາຍສົ່ງສັນຍານຂາດຕ້ອງນຳໃຊ້ຜ່ານດາວທຽມທັນທີເພາະບໍ່ສາມາດລໍຖ້າໃນການບັນຊາເຮືອບິນ. ຈາກນີ້ຈຶ່ງເຊົ່າສັນຍານດາວທຽມເພື່ອຮັບ-ສົ່ງການບັນຊາເຮືອບິນເພື່ອຮັບປະກັນມາດຕະຖານຄວາມປອດໄພ​ໃຫ້ແກ່ຜູ້ໃຊ້ບໍລິການຕະຫລອດ 24 ຊົ່ວໂມງ.

ທ່ານສົມຈິດກ່າວຕື່ມວ່າ: ການລົງນາມໃນສັນຍາເທື່ອນີ້ຈະເຮັດໃຫ້ວຽກງານບໍລິການຈະລາຈອນທາງອາກາດມີຄວາມສະດວກ, ໂລ່ງລ່ຽນ, ວ່ອງໄວແລະປອດໄພສູງຂຶ້ນທັງຈະເປັນທ່າແຮງໃນ​ການສ້າງລາຍຮັບເປັນເງິນຕາເຂົ້າງົບປະມານແຫ່ງລັດນັບມື້ເພີ່ມຂຶ້ນຫລາຍຂຶ້ນ.

ຂ່າວແຈ້ງວ່າ, ປັດຈຸບັນມີ 100 ກວ່າສາຍການບິນທີ່ບິນຜ່ານນ່ານຟ້າຂອງ ສປປ ລາວ ສະເລ່ຍ 850 ຖ້ຽວຕໍ່ວັນແລະ 10 ກວ່າສາຍການບິນມາຂຶ້ນ-ລົງ​ຢູ່ 4 ສະໜາມບິນສາກົນຂອງລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ