ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຈະ​ຢ້ຽມ​ຢາມຈີນ
2017-09-28 11:37:28  cri 
ຕາມ​ຂ່າວCRI: ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວໃນ​ວັນ​ທີ 27 ກັນ​ຍາ​ນີ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ ເຣັກ​ສ໌ ຕິນ​ເລີ​ສັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຈະ​ຢ້ຽມ​ຢາມ​ຈີນ​ໃນ​ວັນ​ທີ 30 ກັນ​ຍາ​ນີ້. ແລະ​ໃນ​ການ​ພົບ​ປະ​ກັນ​ນັ້ນ, ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ການຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ປີ​ນີ້​ຕາມ​ຄຳ​ເຊີນ​ຂອງ​ປະ​ທານ​ປະ​ເທດ​​ສີ​ຈິ້ນ​ຜິງ​ກໍ​ຄື​ບັນ​​ຫາ​ສາ​ກົນ​ແລະ​ພາກ​ພື້ນທີ່​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ