ພິທີມອບ-ຮັບສອງບ້ານຈັດສັນໃຫ້ແກ່ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໂຄງການໂຮງໄຟຟ້ານ້ຳຕົກນ້ຳອູໄລຍະ 2 ທີ່ລົງທຶນໂດຍບໍລິສັດຫຸ້ນສ່ວນກໍ່ສ້າງພະລັງງານໄຟຟ້າຈີນຈຳກັດນັ້ນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 27 ກັນຍານີ້ ໂດຍຜູ້ຕາງໜ້າອົງການປົກຄອງແຂວງຫຼວງພະບາງ, ສະຖານກົງສຸນໃຫຍ່ຈີນປະຈຳຫຼວງພະບາງ ແລະປະຊາຊົນເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ຮວງຢຽນເຕີ ຜູ້ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້ານ້ຳອູທີ່ຂຶ້ນກັບບໍລິສັດຫຸ້ນສ່ວນກໍ່ສ້າງພະລັງງານໄຟຟ້າຈີນຈຳກັດ ໄດ້ມອບລູກກະແຈລວມໃຫ້ສອງນາຍບ້ານຈັດສັນ ທັງໄດ້ສະໜອງເຟີນີເຈີແລະອຸປະກອນກິລາຈຳນວນໜຶ່ງໃຫ້ໂຮງຮຽນຂອງບ້ານຈັດສັນຕື່ມອີກ.
ທ່ານ ໄຊສະໝອນ ຄົມທະວົງ ຮອງເລຂາພັກແຂວງຫຼວງພະບາງ ໄດ້ຕີລາຄາສູງຕໍ່ໂຄງການເຂື່ອນໄຟຟ້ານ້ຳອູ ທັງໄດ້ຢືນຢັນຄວາມໝາຍຂອງເຂື່ອນໄຟຟ້ານ້ຳຕົກດັ່ງກ່າວ ແລະຫວັງວ່າ, ໂຄງການດັ່ງກ່າວ ຈະສືບຕໍ່ຊ່ວຍພັດທະນາຊີວິດການເປັນຢູ່ຂອງປະຊາຊົນແລະຟື້ນຟູການຜະລິດ, ສ່ວນອົງການປົກຄອງແຂວງ ຈະສືບຕໍ່ສະໜັບສະໜູນການກໍ່ສ້າງໂຄງການດັ່ງກ່າວຢ່າງແຂງແຮງ.